ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບຫວຽດນາມ-ກຳປູເຈຍ

(VOVWORLD) - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງລາຊະອານາຈັກ ກຳປູເຈຍ ຂອງທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ຫວຽດນາມ ແລະ ກຳປູເຈຍ ໄດ້ອອກຖະແຫຼງການຮ່ວມ. ໂດຍຊີ້ແຈ້ງວ່າ:

ຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີສາຍພົວພັນມິດຕະພາບຫວຽດນາມ-ກຳປູເຈຍ - ảnh 1 ສອງຝ່າຍຢືນຢັນພ້ອມກັນຕັດສິນໃຈເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງປະເທດ

(ພາບປະກອບ: TTXVN)

ສອງຝ່າຍຢືນຢັນພ້ອມກັນຕັດສິນໃຈເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງປະເທດ, ມານະພະຍາຍາມເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບອັນສູງສົ່ງ ແລະ ສວຍງາມ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງແຮງ, ເປັນຈິງ ແລະ ຍາວນານ. ສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົວພັນດ້ານການເມືອງ, ຮັດແໜ້ນ ແລະ ຍົກສູງການພົວພັນລະຫວ່າງການນຳຂັ້ນສູງສອງປະເທດກວ່າອີກ; ສືບຕໍ່ປັບປຸງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງປະເທດ; ເປີດກວ້າງການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງທຸກຂັ້ນ. ສອງຝ່າຍກໍ່ໄດ້ຢືນຢັນຖືເປັນສຳຄັນການຍູ້ແຮງການໂຄສະນາ, ສຶກສາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ໃນໝູ່ປະຊາຊົນທຸກຊັ້ນວັນນະ. ໂດຍສະເພາະແມ່ນລຸ້ນໜຸ່ມ. ສອງຝ່າຍເຫັນດີເປັນເອກະສັນຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃຫ້ດີ; ສືບຕໍ່ການຮ່ວມມືບຸລະນະປະຕິສັງຂອນບັນດາອະນຸສາວະລີແຫ່ງຄວາມມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຕ່ລະປະເທດຕາມແຜນການທີ່ໄດ້ເຫັນດີເປັນເອກະພາບນຳກັນ.

        ສອງຝ່າຍຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານສອງປະເທດ ແລະ ຢືນຢັນເຖິງຄວາມສຳຄັນພ້ອມກັນຊຸກຍູ້ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ, ວິທະຍາສາດ ເຕັກໂນໂລຢີ; ເຫັນດີເປັນເອກະພາບປະຕິບັດບັນດາຖະແຫຼງການຮ່ວມ, ບັນດາຂໍ້ຕົກລົງລະຫວ່າງສອງປະເທດ, ໃນນັ້ນບຸລິມາສິດໃຫ້ແກ່ການເຊື່ອມຕໍ່ພື້ນຖານເສດຖະກິດ, ໂຄງລ່າງຄົມມະນາຄົມ, ພະລັງງານ, ການທ່ອງທ່ຽວ, ການຕະຫຼາດ, ໂດຍສະເພະແມ່ນຕະຫຼາດຜະລິດຕະພັນກະເສດຂອງສອງປະເທດ.

ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມະຫງົບບົນຫຼັກການ ບໍ່ອະນຸຍາດໃຫ້ບໍ່ວ່າກຳລັງການເມືອງ, ກອງທັບໃດໆ ນຳໃຊ້ຜືນແຜ່ນດິນຂອງປະເທດຕົນເພື່ອນາບຂູ່ເຖິງຄວາມສະຫງົບຂອງປະເທດອື່ນ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນລະຫວ່າງ 2 ປະເທດໂດຍສັນຕິວິທີ, ບົນຈິດໃຈມິດຕະພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສອງຝ່າຍໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຄະນະກຳມະການປະສົມກ່ຽວກັບການຂີດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນທາງບົກ ເຊິ່ງໄດ້ປັກຫຼັກໝາຍຊາຍແດນທາງບົນສຳເລັດ 84% ແລ້ວ, ບົນພື້ນຖານບັນດາສົນທິສັນຍາວາງແຜນກຳນົດເຂດຊາຍແດນລະຫວ່າງ 2 ປະເທດ; ຢືນຢັນຄືນໃໝ່ຄວາມເຄົາລົບ ແລະ ການປະຕິບັດບັນດາສັນຍາວາງແຜນກຳນົດເຂດຊາຍແດນ ແລະ ບັນດາສັນຍາຊາຍແດນກ່ຽວຂ້ອງທີ່ໄດ້ຮັບການລົງນາມລະຫວ່າງ 2 ປະເທດຢ່າງຄົບຖ້ວນ.

ສອງຝ່າຍເຫັນດີແບ່ງປັນຂໍ້ມູນຂ່າວຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນ ເພື່ອແນໃສ່ປະກອບສ່ວນຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍໃຫ້ຄຳໝັ້ນສັນຍາເຮັດວຽກຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ - ຈີນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ