ຖະແຫຼງການຮ່ວມກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸນ ເລິກເຊິ່ງ,ກ້ວາງຂວາງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 4 -8 ມິຖຸນາ. ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ, ເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ພົບປະກັບການນຳບັນດາວົງການນັກການເມືອງ, ເສດຖະກິດ ຍີ່ປຸ່ນ; ພ້ອມກັບທ່ານນາຍົກລັດຖະມົນຕີ Shinzo Abe ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ. 
 
ຖະແຫຼງການຮ່ວມກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸນ ເລິກເຊິ່ງ,ກ້ວາງຂວາງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ພົບປະກັບການນຳບາງພັກຂອງ ຍີ່ປຸ່ນ ແລະ ຕ້ອນຮັບບາງວິສາຫະກິດ.

        ໃນບັນດາການພົບປະເຈລະຈາ, ສອງຝ່າຍໄດ້ສະແດງຄວາມເບີກບານມ່ວນຊື່ນຕໍ່ການພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດນັບແຕ່ເມື່ອຍົກລະດັບຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກ້ວາງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ ອາຊີ ປີ 2014.

        ສອງຝ່າຍແບ່ງປັນຄວາມຫວັງຢາກເພີ່ມທະວີໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືຮັບມືເພື່ອກັບບັນດາບັນຫາປ້ອງກັນຄວາມສະຫງົບຢ່າງບໍ່ເຄີຍມີມາກ່ອນ ຄື: ການປ້ອງກັນ ແລະ ຕ້ານອາດຊະຍາກຳທາງເຄືອຂ່າຍອີນເຕີເນັດ, ຕ້ານກໍ່ການຮ້າຍສາກົນ, ອາດຊະຍາກຳຂ້າມຊາດ, ເພີ່ມທະວີການຮ່ວມມືປ້ອງກັນຊາດ, ຄວາມປອດໄພໃນການເດີນທະເລຄືກູ້ໄຟກູ້ຊີບ, ຕ້ານຈົນສະລັດ… ສອງຝ່າຍສະແດງຄວາມເບິກບານມ່ວນຊື່ນ ແລະ ເປັນສັກຂີພິຍານພິທີລົງນາມຈົດໝາຍທາງການແລກປ່ຽນທຶນໜູນຊ່ວຍພັດທະນາທາງການ (ODA) ມີມູນຄ່າປະມານກ່ວາ 1.000 ຕື້ເຢັນ, ເທົ່າກັບກ່ວາ 900 ລ້ານ USD, ໃນປີງົບປະມານ 2016 ຂອງ ຍີ່ປຸ່ນ ສະຫງວນໃຫ້ແກ່ ຫວຽດນາມ.

        ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ຜ່ານການຜັນຂະຫຍາຍປະສິດທິຜົນໄລຍະ 6 ຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ລະບົບກົດໝາຍ, ເພີ່ມທະວີຄຸ້ມຄອງ ແລະ ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່, ຮັບປະກັບບັນດາວິສາຫະກິດມີຄວາມກະຈ່າງແຈ້ງດ້ານຂໍ້ມູນຂ່າວສານ, ສົ່ງເສີມບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ ຫຼາຍກ່ວາອີກ, ຍູ້ແຮງຮູບແບບການຮ່ວມມືພາກລັດ - ເອກະຊົນ PPP.

ຕອບກັບ

ຂ່າວ/ບົດ​ອື່ນ