ຖະແຫຼງການຮ່ວມຫວຽດນາມ-ສະຫະພັນລັດເຊຍ

ຖະແຫຼງການຮ່ວມຫວຽດນາມ-ສະຫະພັນລັດເຊຍ - ảnh 1

ສອງ​ຝ່າຍ​ອອກ​ຖະ​ແຫຼ​ງການ​ຮ່ວມ

(ພາບ:phapluattp.vn)​

( vovworld ) – ວັນ​ທີ 27/7, ຕາມ​ເວລາສະຫະພັນ​ລັດ​ເຊຍ, ພາຍຫຼັງ​ການ​ພົບ​ປະ​ເຈລະຈາ​ລະ​ຫວ່າງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ແລະ ປະທານາທິບໍດີ​ລັດ​ເຊຍ V.Putin,​ ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມກ່ຽວ​ກັບ​ການ​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ຖະ​ແຫຼ​ງການ​ຮ່ວມ​ຊີ້​ແຈ້ງວ່າ: ປະ​ມຸກລັດ​ສອງ​ປະ​ເທດ​ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢູ່​ຂັ້ນຕ່າງໆ, ພິ​ເສດ​ແມ່ນ​ຢູ່​ຂັ້ນສູງ​ສຸດ, ສືບ​ຕໍ່​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ພັກ​ການ​ເມືອງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ສອງ​ປະ​ເທດ​ກ່ວາ​ອີກ. ປະມຸກ​ລັດ​ສອງ​ປະ​ເທດ​ສະໜັບສະໜູນ​ການ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນຂຶ້ນ 5 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015. ສອງ​ຝ່າຍ​ຢືນຢັນ​ຄວາມ​ຈຳ​ເປັນ​ຕ້ອງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-​ບຳລຸງ​ສ້າງ….​ຄິດ​ໄລ່​​ເຖິງ​ຄວາມ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ຫວຽດນາມ ກ່ຽວ​ກັບ​ຜູ້​ຊ່ຽວຊານ​ລະດັບ​ສູງ​ຮັບ​ໃຊ້​ໃຫ້​ແກ່​ບັນດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ພື້ນຖານ​ເສດຖະກິດ, ​ໃນ​ນັ້ນມີ​ພະລັງງານ​ນິວ​ເຄຼຍ.

   ຫວຽດນາມ ​ແລະ ລັດ​ເຊຍ ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຈະ​ເພີ່ມ​ທະວີການ​ປະສານ​ສົມທົບ​ກັນ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ, ​ໄພ​ອັນຕະລາຍ​ໃໝ່, ນາບ​ຂູ່​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ ​ແລະ ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື​ເຈລະຈາ. ສອງ​ຝ່າຍ​ຖື​ວ່າ, ການ​ພິພາດ​ຜືນ​ແຜ່ນດິນ ​ແລະ ການ​ພິພາດ​ອື່ນໆ​ຢູ່​ພາກ​ພື້ນ​ອາຊີ-​ປາຊີ​ຟິກຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ,​ ບົນ​ພື້ນຖານ​ກົດໝາຍ​ສາກົນ.

    ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຢັ້ງຢືນ​ແຜນ​ນະ​ໂຍບາຍ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ “​ເວທີ​ປາ​ໄສ​ອາຊີ​ເອີ​ລົບ“, ສອງ​ຝ່າຍ​ສະໜັບສະໜູນ​ເລື່ອງ​ນຳ​ບັນດາ​ບັນຫາ​ມີ​ລັກສະນະ​ຫຼັກການ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ເຂົ້າ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ.

   ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ Truong Tan Sang  ​ເຊື້ອ​ເຊີນປະທານາທິບໍດີ​ສະຫະພັນລັດ​ເຊຍ V.Putin ​ໄປ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ເວລາ​ເໝາະ​ສົມ. ປະທານາທິບໍດີ​ສະຫະພັນລັດ​ເຊຍ V.Putin ​ໄດ້​ຮັບ​ຄຳ​ເຊີນ ​ແລະ ​ໄລຍະ​ເວລາ​ລະອຽດ​ຂອງ​ການ​ໄປ​ຢ້ຽມຢາມ​ຈະ​ຖຶກຕົກລົງ​​ຜ່ານທາງ​ການ​ທູດ.

ຂ່າວ/ບົດ​ອື່ນ