ຖະແຫຼງການຮ່ວມຫວຽດນາມ-ອີຣານ

ຖະແຫຼງການຮ່ວມຫວຽດນາມ-ອີຣານ - ảnh 1
ຖະແຫຼງການຮ່ວມ ຫວຽດນາມ - ອີຣານ

(vovworld) - ​ ​ ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ປະທານາທິບໍດີ​ ສ.ອິດສະ​ລາມ ອີຣານ Hassan Rouhani ​ໄດ້​ມາຢ​້ຽມຢາມ​ທາງ​ລັດຖະກິດ​ເຖິງ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 05 – 07/10/2016. , ທ່ານ​ປະທານາທິບໍດີ Hassan Rouhani ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ພົບ​ປະທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ​ເນື່ອງ​ໃນ​ໂອກາດ​ນີ້ 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການຮ່ວມ​ລະຫວ່າງປະ​ເທດສສ.ຫວຽດນາມ ​ແລະ ສ.ອິດສະ​ລາມ ອີຣານ.

        2 ຝ່າຍ​ສະ​ແດງ​ຄວາມ​ເພິ່ງພໍ​ໃຈ​ກ່ຽວ​ກັບ​ບັນດາບາດກ້າວ​ໃນ​ການ​ພົວພັນ 2 ຝ່າຍ ນັບ​ແຕ່​ເມື່ອ 2 ປະ​ເທດ​​ໄດ້ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດກ່ອນ​ນີ້ 43 ປີ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ທ່ານ​ປະທານາທິບໍດີ Hassan Rouhani ​ເຫັນ​ດີ​ເປັນ​ເອກະ​ພາບ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ໂດຍ​ຜ່ານ​ລັດຖະບານ, ສະພາ​ແຫ່ງ​ຊາດ, ທ້ອງ​ຖິ່ນ, ປະຊາຊົນ, ວິ​ສາ​ຫະກິດ 2 ປະ​ເທດ. ການ​ນຳ 2 ທ່ານ​ຢືນຢັນ​ວ່າ: ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກຮ່ວມ​ມື 2 ຝ່າຍ​ທີ່ມີ​ຢູ່​ແລ້ວ​​ໃຫ້ມີ​ປະສິດທິ​ຜົນ.

        2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ເພີ່​ມທະວີ​ການ​ເຄື່ອນ​ໄຫວທາ​ບທາມຄຳ​ເຫັນ​ເຊິ່ງກັນ ​ແລະ ກັນ​ໃນ​ຂອບ​ເຂດ​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ. ການ​ນຳ 2 ທ່ານ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ສຳ​ພັດ​ຕະຫລາດ​ຂອງ​ກັນ ​ເພື່ອ​ແນ​ໃສ່​ບັນລຸ​ຄາດໝາຍ​ນຳ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 2 ຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ.

        2 ຝ່າຍ​ກໍ່​ເຫັນ​ດີ​ຍູ້​ແຮງ​ການທາ​ບທາມ​ຄຳ​ເຫັນ ​ແລະ ​ແລກປ່ຽນ​ໃນ​ການຕໍ່​ສູ່​ຕ້ານການ​ຄ້າ​ເຖື່ອນ, ຄ້າ​ຂາຍ​ຢາ​ເສບ​ຕິ​ດ ​ແລະ ທາດ​ທີ່​ກໍ່​ໃຫ້​ເກີດ​ການ​ເສບ​ຕິດ, ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ.

        2 ຝ່າຍ​ເນັ້ນ​ໜັກ​​ເຖິງປະຊາ​ຄົມ​ສາກົນ ຄວນ​ຕັດສິນ​ໃຈ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ຫົວ​ຮຸນ​ແຮງ ​ແລະ ສະໜັບສະໜູນ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ການ​ຮ່ວມ​ມື​ແທດ​ຈິງ​ໃນ​ບັນຫາ​ນີ້.

        2 ຝ່າຍ​ຊົມ​ເຊີຍ​ເລື່ອງ 2 ປະ​ເທດ​ລົງ​ນາມ​​ໃນ​ສັນຍາ​ຍົກ​ເວັ້ນວິຊາ​ໃຫ້​ຜູ້​ຖືໜັງສືຜ່ານ​ແດນ​ທາງລັດຖະການ​ລະຫວ່າງລັດຖະບານ ສສ.ຫວຽດນາມ ​ແລ​ະ ລັດຖະບານ​ ສ.ອິດສະ​ລາມ ອີຣານ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ລະຫວ່າງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ແລະ ກະຊວງສື່ສານ ​ແລະ ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ອີຣານ.

 

ຂ່າວ/ບົດ​ອື່ນ