ຖະແຫຼງຂ່າວດີຈີຕອນແຜ່ຂະຫຍາຍພາບພົດ ຮ່າຢາງ ກັບມະຫາຊົນ

(VOVWORLD) - ໃນຊຸມປີຜ່ານມາ, ວຽກງານຖະແຫຼງຂ່າວຂອງແຂວງ ຮ່າຢາງ ໄດ້ພັດທະນາຢ່າງແຮງ ແລະ ໄດ້ຮັບການນຳໃຊ້ຄືດັ່ງເຄື່ອງມືຮັບໃຊ້ຄວາມຕ້ອງການຂອງຊີວິດການເປັນຢູ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ

ໃນຂອບເຂດງານບຸນຖະແຫຼງຂ່າວ ຮ່າຢາງ ປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 25 – 28 ຕຸລາ, ຕອນບ່າຍວັນທີ 25 ຕຸລາ, ຢູ່ນະຄອນ ຮ່າຢາງ, ແຂວງ ຮ່າຢາງ, ໄດ້ຈັດການໂອ້ລົມສົນທະນາ “ຖະແຫຼງຂ່າວດີຈີຕອນແຜ່ຂະຫຍາຍພາບພົດ ຮ່າຢາງ”.

        ໃນຊຸມປີຜ່ານມາ, ວຽກງານຖະແຫຼງຂ່າວຂອງແຂວງ ຮ່າຢາງ ໄດ້ພັດທະນາຢ່າງແຮງ ແລະ ໄດ້ຮັບການນຳໃຊ້ຄືດັ່ງເຄື່ອງມືຮັບໃຊ້ຄວາມຕ້ອງການຂອງຊີວິດການເປັນຢູ່, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ພັດທະນາການທ່ອງທ່ຽວ, ໂຄສະນາພາບພົດແຂວງ ຮ່າຢາງ ອອກສູ່່ໂລກ. ພິເສດ, ຖະແຫຼງຂ່າວດີຈີຕອນ ໄດ້ແຜ່ຂະຫຍາຍ ພາບພົດກ່ຽວກັບ ຮ່າຢາງ ຢ່າງເລິກເຊິ່ງ, ກ້ວາງຂວາງ, ເປັນມິດ - ປອດໄພ - ເຕັມໄປດ້ວຍສີສັນ - ດຶງດູດໃຈ. ທ່ານນາງ ຈ້ຽວທິຕິ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ຮ່າຢາງ, ໃຫ້ຮູ້ວ່າ:

        “ໃນປີນີ້, ແຂວງ ຮ່າຢາງ ໄດ້ຈັດການເຄື່ອນໄຫວສົ່ງເສີມຫຼາຍຢ່າງ, ໂຄສະນາການທ່ອງທ່ຽວໃນບັນດາພາຫະນະສື່ມວນຊົນ. ຜ່ານນັ້ນ, ກໍ່ໄດ້ແຜ່ຂະຫຍາຍການທ່ອງທ່ຽວຂອງຮ່າຢາງ ເຖິງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າໄດ້ຍູ້ແຮງ, ສົມທົບກັນໂຄສະນາໃນບັນດາພາຫະນະສື່ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ… ແຜ່ຂະຫຍາຍພາບພົດ, ການທ່ອງທ່ຽວ ຮ່າຢາງ, ພິເສດແມ່ນສວນສາທາລະນະທໍລະນີສາດທົ່ວໂລກ ເຂດພູພຽງຫີນ ດົ່ງວັນ. ຜ່ານຖະແຫຼງຂ່າວດີຈີຕອນ, ຮ່າຢາງ ໄດ້ສ້າງພາບພົດສະເພາະໃນໃຈເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ ຜ່ານບັນດາການເຄື່ອນໄຫວ, ຄື: ຕະຫຼາດ ເຄົາວາຍ, ງານບຸນ ແຄນມົ້ງ, ງານບຸນ ດອກບັກວິດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ