ຖະແຫລງການຮ໋ວມ ຫວຽດນາມ-NASA

   ວັນ​ທີ 5 ທັນວາ, ຢູ່ ຮ່າ​ໂນ້ຍ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ຖະ​ແຫຼ​ງ ການຮ່ວມກ່ຽວ​ກັບ​ຮ່າງ​ແຜນ​ການ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ທາງ​ດ້ານການບິນ ​ແລະ ອະວະກາດພົນລະ​ເຮືອນລະຫວ່າງສະ​ຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ( VAST ) ​ແລະ ອົງການ​ການບິນ​ອາວະກາດ ອາ​ເມ​ລິ​ກາ ( NASA ). ນີ້​ແມ່ນ​ຂໍ້​ຕົກລົງ​ເປັນ​ພື້ນຖານ​ສະບັບທຳ​ອິດ​ລະຫວ່າງ ຫວຽດນາມ ​ແລະ NASA. ຕາມ​ນັ້ນ​ແລ້ວ, VAST ​ແລະ NASA ຈະ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ຈຸດ​ສຸ​ມ​ຄື: ຄົ້ນ​ຄ້ວາ​ບັນດາ​ການ​ນຳ​ໃຊ້​ອາວະກາດ​ເພື່ອ​​ຈຸດປະ​ສົງ​ສັງຄົ​ມ, ຣ່ວມມື​ແລກປ່ຽນ​ບັນດາ​ຂໍ້​ມູນ​ກ່ຽວ​ກັບການ​ຄົ້ນ​ຄວ້າ​ໜ່ວຍ​ໂລກ​ຜ່ານ​ດາວ​ທຽມ, ຟີ​ຊິກ​ໜ່ວຍ​ໂລກ, ສິ່ງ​ແວດ​ລ້ອມ, ​ໂຄງການ​ຄົ້ນຄວ້າ​ດິນ​ຟ້າ​ອາ​ກາດ​ຢູ່​​ອາຊີ, ​ເຂົ້າ​ຮ່ວມ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະ​ຍາກ​ອນ​ມະນຸດເພື່ອ​ຮັບ​​ໃຊ້​ໃຫ້​ແກ່​ບັນດາ​ໂຄງການ​ຄົ້ນ​ຄ້ວາ​ອາວະກາດ ແລະ ອື່ນໆ. ພາຍຫຼັງ​ສັນຍາ​ແມ່​ໄດ້​ຮັບ​ການ​ລົງ​ນາມ, VAST ​ແລະ NASA ຈະ​​ແຕ່າງ​ຕັ້ງ​ບັນດາ​ຈຸ​ຊ່ຽວຊານ​​ເພື່ອສ້າງ​ແຜນການ​​ລະອຽດ​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​​ລົງ​ນາມ​​ໃນ​ສັນຍາ .

ຂ່າວ/ບົດ​ອື່ນ