ຖະແຫລງການຮ່ວມກອງປະຊຸມຂັ້ນສູງເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ

ຖະແຫລງການຮ່ວມກອງປະຊຸມຂັ້ນສູງເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ -ຫວຽດນາມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ -ລາວ-ກຳ​ປູ​ເຈຍ ລົງ​ນາມ
ໃນ​ຖະ​ແຫລງ​ການ​ຮ່ວມ
ພາບ:internet

(vovworld)-  ​ວັນ​ທີ 23/11/2016, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳປູ​ເຈຍ Samdech Techo HunSen, ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ຄັ້ງ​ທີ 9 ຈັດ​ຂຶ້ນ​ໃນ​ວັນ​ທີ 23/11/2016 ຢູ່ ຊ​ຽມ​ຣ​ຽບ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ກອງ​ປະ​ຊຸມ. ໃນ​ຖະ​ແຫລງ​ການ​ຮ່ວມມ​ື, ການ​ນຳ​ສາມ​ປະ​ເທດ ໄດ້​ຢ້ຳ​ຄືນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກວມ​ລວມ ຢູ່ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ, ຫລຸ​ດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ​ຮ​ັດ​ແຄບ​ຊ່ອ​ງ​ຫວ່າງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ​່​ໃຫ້​ແກ່​ປະ​ຊາ​ຊົນ​ດຳ​ລົງ​ຊີ​ວິດ​ຢູ່ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ. ການ​ນຳ​ທັງ​ສາມ​ທ່ານ​ກໍ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ, ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື ແລະ ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ​ຢ່າງ​ເລິກ​ເຊິ່ງກວ່າ ບົນ​ພື້ນ​ຖານ​ການ​ພົວ​ພັນ​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ບ້ານ​ໃກ້​ເຮືອນຄ​ຽງ​ທີ່​ດີ; ມີ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ອື່ນ ເພື່ອ​ຫັນ​ວິ​ໄສ​ທັດປະ​ຊາ​ຄົມ ອາ​ຊຽນ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ການ​ນຳ​ທັງ​ສາມ​ທ່ານ​ໄດ້ຮັບ​ຮູ້​ໝາກ​ຜົນກໍ​ຄື​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ​ປັບ​ປຸງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ໄລ​ຍະ 2010-2020 ແລະ ຄວາມ​ຮັບ​ຮູ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຍາດ​ແຍ່ງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ ແລະ ແຫລ່ງ​ກຳ​ລັງ​ທີ່​ມີ​ຢູ່​ແລ້ວ​ຂອງ​ບັນ​ດາ​ປະ​ເທດ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ຢ່າງ​ສຸດ​ຂີດ, ລະ​ດົມ​ແຫລ່ງ​ຫນູນ​ຊ່ວຍ​ດ້ານ​ການ​ເງິນ, ເຕັກ​ນິກ​ຈາກ​ບັນ​ດາ​ຄູ່​ຮ່ວມມ​ື​ພັດ​ທະ​ນາ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເພື່ອ​ພັດ​ທະ​ນາ​ໃນ​ພາ​ກ​ພື້ນ. ການ​ນຳ​ສາມ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້​ນ​ສູງ ເຂດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ​ຄັ້ງ​ທີ 10 ຢູ່​ຫວຽດ​ນາມ ໃນ​ປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ