ຖານທີ່ໝັ້ນການທະຫານຫຼາຍແຫ່ງຂອງຊີຣີຖືກບຸກໂຈມຕີດ້ວຍລູກສອນໄຟ

(VOVWORLD) -ຊ່ອງໂທລະພາບແຫ່ງລັດຊີຣີ ໄດ້ໃຫ້ຂ່າວວ່າ, ເຫດບຸກໂຈມຕີດ້ວຍລູກສອນໄຟແນໃສ່ບັນດາຖານທີ່ໝັ້ນການທະຫານຂອງທະຫານລັດຖະບານຢູ່ເຂດຊົນນະບົດຂຶ້ນກັບບັນດາແຂວງ Hama ແລະ Aleppo ໃນຕອນຄ່ຳວັນທີ 29 ເມສາ.

ຖານທີ່ໝັ້ນການທະຫານຫຼາຍແຫ່ງຂອງຊີຣີຖືກບຸກໂຈມຕີດ້ວຍລູກສອນໄຟ - ảnh 1 ຖານທີ່ໝັ້ນການທະຫານຫຼາຍແຫ່ງຂອງຊີຣີຖືກບຸກໂຈມຕີດ້ວຍລູກສອນໄຟ

(ພາບ: RT)

 ເຖິງວ່າບໍ່ໃຫ້ຮູ້ຜູ້ຢືນຢູ່ເບື້ອງຫຼັງເຫດບຸກໂຈມຕີດັ່ງກ່າວກໍ່ຕາມ, ແຕ່ຊ່ອງໂທລະພາບແຫ່ງລັດຊີຣີ ໄດ້ເປີດເທບວີດີໂອຊັ້ນຊີ້ໃຫ້ເຫັນວ່າ ສະຖານທີ່ແຫ່ງໜຶ່ງຖືກໄຟໄໝ້ ແລະ ຢືນຢັນວ່າ ບັນດາສະຖານທີ່ດ້ານການທະຫານຢູ່ເຂດຊົນນະບົດ Hama ແລະ Aleppo ແມ່ນເປົ້າໝາຍຂອງການເກາະຜິດຄັ້ງໃໝ່ ດ້ວຍລູກສອນໄຟທີ່ເປັນປໍລະປັກ. ອົງການຕິດຕາມກວດກາສິດທິມະນຸດຊີຣີ ໃຫ້ຮູ້ວ່າ, ຖານທີ່ໝັ້ນດ້ານການທະຫານຖືກບຸກໂຈມຕີ ແມ່ນແຫ່ງທີ່ມີມືປືນອີຣານ ຕັ້ງທັບເປັນຈຳນວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ