ທຸກຜົນສຳເລັດຂອງຫວຽດນາມໃນປີ2018ລ້ວນແຕ່ມີການປະກອບສ່ວນຂອງບັນດາເອກອັກຄະລັດຖະທູດ, ຜູ້ຕ່າງໜ້າການທູດ ແລະ ອົງການຈັດຕັ້ງສາກົນ

(VOVWORLD) -  ຕອນຄ່ຳວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເພື່ອຈັດຕັ້ງການພົບປະກັບບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວຫນ້າຜູ້ຕາງໜ້າການທູດ ແລະ ບັນດາອົງການຈັດຕັ້ງສາກົນ.

ທຸກຜົນສຳເລັດຂອງຫວຽດນາມໃນປີ2018ລ້ວນແຕ່ມີການປະກອບສ່ວນຂອງບັນດາເອກອັກຄະລັດຖະທູດ, ຜູ້ຕ່າງໜ້າການທູດ ແລະ ອົງການຈັດຕັ້ງສາກົນ  - ảnh 1 ທ່ານຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະ, ທ່ານຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງ ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນປີ2018ຜ່ານມາ. ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ: ກ້າວເຂົ້າສູ່ປີກຸນ 2019, ຫວຽດນາມຈະສືບຕໍ່ຢຶດໝັ້ນໃນການຊຸກຍູ້ ແລະ ນຳການພົວພັນການຕ່າງປະເທດເຂົ້າສູ່ລວງເລິກຢ່າງມີປະສິດທິຜົນ, ພ້ອມທັງຍູ້ແຮງບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງເຂົ້າກັບສາກົນໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນ ເຂ້ົາຮ່ວມ ບັນດາການຮ່ວມສຳພັນເສດຖະກິດຢ່າງແຮງ ແລະ ປະຕິບັດບັນດາສັນຍາການຄ້າເສລີເຊິ່ງຫວຽດນາມໄດ້ລົງນາມຢ່າງມີປະສິດທິຜົນ, ຜ່ານນັ້ນນຳມາເຊິ່ງໂອກາດອັນໃຫຍ່ຫຼວງໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມກັບປະເທດອື່ນໆ

ສະແດງຄວາມຂໍຂອບໃຈຂໍຂອບໃຈຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດ, ອຸປະທູດ ຫົວຫນ້າຜູ້ຕ່າງຫນ້າແລະບັນດາອົງການຈັດຕັ້ງສາກົນ ທ່ານຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄດ້ຢັ້ງຍືນວ່າ ທຸກຜົນສຳເລັດຂອງຫວຽດນາມໃນປີ2018ລ້ວນແຕ່ມີການເຂົ້າຮ່ວມ, ການປະກອບສ່ວນ ແລະ ມີໜ້າຂອງບັນດາ ເອກອັກຄະລັດຖະທູດ,ອຸປະທູດ, ຫົວຫນ້າຜູ້ຕາງໜ້າ, ບັນດາອົງການຈັດຕັ້ງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ