ທູດພິເສດ ສ.ເກົາຫຼີ - ອາເມລິກາ ເຈລະຈາທາງໂທລະສັບກ່ຽວກັບສະພາບການໃນແຫຼມ ເກົາຫຼີ

(VOVWORLD) - ວັນທີ 07 ກັນຍາ, ທ່ານ Lee Do-hoon ທູດພິເສດຮັບຜິດຊອບບັນດາບັນຫາຄວາມໝັ້ນຄົງ ແລະ ສັນຕິພາບໃນແຫຼມ ເກົາຫຼີ

ໄດ້ເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Stepphen Biegun ກ່ຽວກັບໝາກຜົນແຫ່ງການຢ້ຽມຢາມ ສປປ.ເກົາຫຼີ ຂອງຄະນະທູດພິເສດ ສ.ເກົາຫຼີ ໃນວັນທີ 05 ກັນຍາ ຜ່ານມາ, ພ້ອມທັງ ປຶກສາຫາລືວິທີຊຸກຍູ້ການສ້າງແຫຼມເກົາຫຼີ ປອດນິວເຄຼຍ. ທູດພິເສດ 2 ປະເທດໄດ້ແລກປ່ຽນສະພາບການໃນປັດຈຸບັນຢູ່ແຫຼມ ເກົາຫຼີ, ລວມມີທັງໝາກຜົນແຫ່ງການຢ້ຽມຢາມ ສປປ.ເກົາຫຼີ ຫວ່າງມໍ່ໆມານີ້ຂອງຄະນະທູດພິເສດ ສ.ເກົາຫຼີ, ພ້ອມທັງ ຢືນຢັນວ່າ ອາເມລິກາ ແລະ ສ.ເກົາຫຼີ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອສັນຕິພາບ ແລະ ຄວາມສີວິໄລໃນແຫຼມເກົາຫຼີ, ກໍ່ຄື ຊຸກຍູ້ວິວັດທະນາການປອດນິວເຄຼຍຢ່າງແທດຈິງ ບົນພື້ນຖານການພົວພັນສຳພັນທະມິດຢ່າງໝັ້ນຄົງລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ