ທູດພິເສດຂອງປະທານາທິບໍດີຟີລິບປີນໄປປະຕິບັດງານຢູ່ຈີນ

ທູດພິເສດຂອງປະທານາທິບໍດີຟີລິບປີນໄປປະຕິບັດງານຢູ່ຈີນ - ảnh 1
ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຈີນ
(ພາບ​ປະ​ກອບ: 
Inquirer)

(vovworld) - ທ່ານ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ Fidel Ramos ຈະ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນ​ຫຼວງ​ປັກ​ກິງ ໃນ​ວັນ​ທີ 08/08 ເພີ່ມ​ເລີ່ມ​ດຳ​ເນີນ​ການເຈະ​ລ​າ​ເບື້ອງ​ຕົ້ນ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ປັກ​ກິງ. ນີ້​ແມ່ນການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Fidel Ramos ​​ເຖິງ​ປັກ​ກິງ ດ້ວຍ​ຖາ​​ນະ​ເປັນ​ທູດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ. ​ກ່ອນ​ໜ້ານັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ Rodrio Duterte ໄດ້ບົ່ງ​ຕົວ​ທ່ານ Fidel Ramos ເປັນ​ທູດ​ພິ​ເສດ​ຮັບ​ຜິດ​ຊອບ​​ການ​ຟື້ນ​ຟູ​ການ​ພົວ​ພັນ​ລະ​ຫວ່າງ​ປັກ​ກິງ ແລະ ມາ​ນີ​ລາ ພາຍ​ຫຼັງ​ຟິ​ລິບ​ປີນ ຍົກ​ອອກ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຂຶ້ນ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ (PCA), ຢູ່​ລາ​ໄຣ, ປະ​ເທດ​ໂຮນ​ລັງ. ຕາມ​ຄຳ​ຕັດ​ສິນ​ຂອງ​ສານ, ຈີນ ບໍ່​ມີ “ຖາ​ນະ​ປະ​ຫວັດ​ສາດ” ສຳ​ລັບ​ບັນ​ດາ​ເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບໍ່​ມີ​ພື້ນ​ຖານ​​ດ້ານ​ນິ​ຕິ​ທຳ​ເພື່ອ​ຍົກ​ອອກບັນ​ດາ​ຄຳ​ຖະ​ແຫຼງ​ກ່ຽວ​ກັບ “ບັນ​ດາ​ສິດ​ປະ​ຫວັດ​ສາດ” ສຳ​ລັບ​ບັນ​ດາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໃນ​ນັ້ນ​ມີ​ອັນ​ທີ່​ເອີ້ນ​ວ່າ “ເສັ້ນ 9 ຕອນ”. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ Rodrio Duterte ຢືນ​ຢັນ​ວ່າ, ຄຳ​ສັດ​ສິນ​ຂອງ​ສານ​ໃນ​ວັນ​ທີ 12/07 ຜ່ານ​ມາຂອງ PCA ກ່ຽວ​ຂ້ອງ​ເຖິງ​ການ​ຮ້ອງ​ຟ້ອງ​​ຢູ່​ທະເລ​ຕາ​ເວັນ​ອອກ​ລະ​ຫວ່າງ ຟິ​ລິບ​ປີນ ແລະ ຈີນ ຈະ​ແມ່ນ “ພື້ນ​ຖານ” ໃຫ້​ບັນ​ດາ​ການ​ເຈ​ລະ​ຈາ​ໃນ​ອະ​ນາ​ຄົດ​ລະ​ຫວ່າງມາ​ນີ​ລາ ກັບ ປັກ​ກິງ ກ່ຽວ​ກັບ​ການ​ຂັດ​ແຍ້ງສຳ​ລັບ​ເຂດ​ນຳ​ແດນ​ດິນ​.

ຂ່າວ/ບົດ​ອື່ນ