ທູດ​ພິ​ເສດ​​ນິວ​ເຄຼຍ ສ.ເກົາຫຼີ - ອາ​ເມ​ລິ​ກາ - ຍ່​ີປຸ່ນ ໂຮມປະ​ຊຸມ​ ​ຢູ່ ໂຕ​ກຽ​ວ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ສ​ປ​ປ.ເກົາຫຼີ

(VOVWORLD) -  ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Yasukazu Hamada  ໃຫ້ຮູ້ວ່າ ສອງວັດຖຸບິນຂອງ ສປປ.ເກົາຫຼີ ເບິ່ງຄືວ່າ ໄດ້ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.
ທູດ​ພິ​ເສດ​​ນິວ​ເຄຼຍ ສ.ເກົາຫຼີ - ອາ​ເມ​ລິ​ກາ - ຍ່​ີປຸ່ນ ໂຮມປະ​ຊຸມ​ ​ຢູ່ ໂຕ​ກຽ​ວ​ເພື່ອ​ປຶກ​ສາ​ຫາ​ລື​ບັນ​ຫາ​ກ່ຽວ​ກັບ​ສ​ປ​ປ.ເກົາຫຼີ - ảnh 1ທູດພິເສດນິວເຄຼຍ ສ.ເກົາຫຼີ - ອາເມລິກາ - ຍ່ີປຸ່ນ (ພາບ: AFP/TTXVN)

ວັນທີ 19 ກໍລະກົດ, ທ່ານ Kim Gunn ທູດພິເສດ ສ.ເກົາຫຼີກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ ໃນແຫຼມເກົາຫຼີ ໄດ້ໄປໂຕກຽວ, ຍີ່ປຸ່ນ ເພື່ອໂຮມປະຊຸມພ້ອມກັບຄູ່ຮ່ວມຕຳແໜ່ງ ຍີ່ປຸ່ນ ແລະ ອາເມລິກາ ປຶກສາຫາລືບັນຫານິວເຄຼຍ ແລະ ລູກສອນໄຟ ຂອງ ສປປ.ເກົາຫຼີ. ທ່ານ Kim Gunn ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ ອາເມລິກາ ທ່ານ Sung Kim ແລະ ຄູ່ຮ່ວມຕຳແໜ່ງ ຍີ່ປຸ່ນ ທ່ານ Takehiro Funakoshi ໃນວັນທີ 20 ກໍລະກົດ. ສາມຝ່າຍໄດ້ປຶກສາຫາລືວິທີການຮັບມືກັບບັນດາການກະທຳຂອງ ສປປ.ເກົາຫຼີ, ພິເສດແມ່ນ ພາຍຫຼັງ ພຽງຢາງຍິງ ທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ທີ່ນຳໃຊ້ເຊື້ອເພີງ Hwasong-18 ເມື່ອອາທິດກ່ອນ. ນີ້ແມ່ນເຫດຍິງ ICBM ຄັ້ງທີ 12 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີ 2013.

ແລະກໍ່ໃນວັນ 19 ກໍລະກົດ, ສະພາ ເສນາທິການໃຫ່ຍທະຫານປະສົມ ສ.ເກົາຫຼີ  (JSC) ປະກາດວ່າ ສປປ.ເກົາຫຼີໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກອອກສູ່ເຂດທະເລໄປທາງທິດຕາເວັນອອກໃນຕອນເຊົ້າວັນດຽວກັນ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Yasukazu Hamada  ໃຫ້ຮູ້ວ່າ ສອງວັດຖຸບິນຂອງ ສປປ.ເກົາຫຼີ ເບິ່ງຄືວ່າ ໄດ້ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ