ທູດພິເສດແຫ່ງສັນຕິພາບຂອງ ອາເມລິກາ ໄປ ອາບການິດສະຖານ

(VOVWORLD) - ວັນທີ 07 ຕຸລາ, ທ່ານ Zalmay Khalilzad ທູດພິເສດຂັ້ນສູງຂອງ ອາເມລິກາ ໄດ້ໄປເຖິງນະຄອນຫລວງ Kabul ປະເທດ ອາບການິດສະຖານ, ເພື່ອແນໃສ່ເຈລະຈາກັບບັນດາການນຳປະເທດນີ້. 

ນີ້ແມ່ນການຢ້ຽມຢາມ ອາບການິດສະຖານ ຄັ້ງທຳອິດຂອງທ່ານ Zalmay Khalilzad ນັບແຕ່ເມື່ອທ່ານໄດ້ຮັບການແຕ່ງຕັ້ງເປັນຜູ້ນຳໜ້າບັນດາຄວາມມານະພະຍາຍາມແຫ່ງຄວາມສັນຕິພາບກັບພວກກະບົດ Taliban. ການຢ້ຽມຢາມຂອງທ່ານ Zalmay Khalilzad, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ Kabul, Baghdad ແລະ ສະຫະປະຊາຊາດ, ໄດ້ດຳເນີນໄປໃນສະພາວະລັດຖະບານ ອາບການິດສະຖານ ແລະ ປະຊາຄົມສາກົນ ພວມເພີ່ມທະວີບັນດາຄວາມມານະພະຍາຍາມ ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 17 ປີຢູ່ປະເທດນີ້. ໃນອາທິດແລ້ວນີ້, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Zalmay Khalilzad ກໍ່ຄາດຄະເນຈະຢ້ຽມຢາມ ປາກິດສະຖານ, ສະຫະລັດອາຣັບເອມີເລັດ, ອາຣັບບິ ຊະອຸດິ ແລະ ກາຕາ ໃນການຢ້ຽມຢາມເປັນເວລາ 10 ວັນ ແນໃສ່ສົມທົບ ແລະ ນຳໜ້າບັນດາຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອນຳ Taliban ເຂົ້າສູ່ໂຕະເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ