ທົດ​ລອງຈັດ​ລາຍ​ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ ວັນ​ໝຽວ - ​ກວັກ​ຕື໋​ຢາມ “ສິ່ງຍອດ​ຍິ່ງ​ຂອງ​ການ​ຮຽນ”

(VOVWORLD) - ການຈັດລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ ແມ່ນເພື່ອແນໃສ່ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກສະເພາະກ່ຽວກັບການຮຽນຂອງເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວ - ກວັກຕືຢາມ, ດຶງດູດແຂກເຂົ້າມາຢ້ຽມຊົມ, ທັດສະນະສຶກສາຢູ່ສະຖານທີ່ແຫ່ງນີ້ໃນຕອນກາງຄືນ ແລະ ເຮັດໃຫ້ບັນດາຜະລິດຕະພັນທ່ອງທ່ຽວຂອງຮ່າໂນ້ຍ ອຸດົມສົມບູນຂຶ້ນຕື່ມ. ນີ້ແມ່ນລາຍການທ່ອງທ່ຽວຍາມຄ່ຳຄືນທີ 4 ຂອງ ຮ່າໂນ້ຍ.
ທົດ​ລອງຈັດ​ລາຍ​ການ​ທ່ອງ​ທ່ຽວ​ຍາມ​ຄ່ຳ​ຄືນ ວັນ​ໝຽວ - ​ກວັກ​ຕື໋​ຢາມ “ສິ່ງຍອດ​ຍິ່ງ​ຂອງ​ການ​ຮຽນ” - ảnh 1ມີນັກທ່ອງທ່ຽວຫຼາຍຄົນ ເຂົ້າຮ່ວມລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ (ພາບ: TTXVN)

ຕອນຄ່ຳວັນທີ 22 ຕຸລາ, ລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ - (ມາຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດິນາ ຫວຽດນາມ) “ສິ່ງຍອດຍິ່ງໃນການຮຽນ” ໂດຍສູນເຄື່ອນໄຫວວັດທະນະທຳວິທະຍາສາດ ວັນໝຽວ - ກວັກຕືຢາມ (ຮ່າໂນ້ຍ) ປະຕິບັດ, ໄດ້ຈັດທົດລອງ ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວ ຫຼາຍແຫ່ງ.

ການຈັດລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ ແມ່ນເພື່ອແນໃສ່ເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກສະເພາະກ່ຽວກັບການຮຽນຂອງເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວ - ກວັກຕືຢາມ, ດຶງດູດແຂກເຂົ້າມາຢ້ຽມຊົມ, ທັດສະນະສຶກສາຢູ່ສະຖານທີ່ແຫ່ງນີ້ໃນຕອນກາງຄືນ ແລະ ເຮັດໃຫ້ບັນດາຜະລິດຕະພັນທ່ອງທ່ຽວຂອງຮ່າໂນ້ຍ ອຸດົມສົມບູນຂຶ້ນຕື່ມ. ນີ້ແມ່ນລາຍການທ່ອງທ່ຽວຍາມຄ່ຳຄືນທີ 4 ຂອງ ຮ່າໂນ້ຍ.

ລາຍການທ່ອງທ່ຽວຍາມຄ່ຳຄືນ ວັນໝຽວ - ກວັກຕືຢາມ ນຳມາເຊິ່ງຄວາມປະທັບໃຈທີ່ໃໝ່ອ່ຽມ ເມື່ອທຽບໃສ່ການຢ້ຽມຊົມໃນຕອນກາງເວັນ. ທົ່ວບໍລິເວນເຂດປູສະນີຍະສະຖານນີ້ ຈະໄດ້ປະດັບປະດາດ້ວຍລະບົບແສງສີ ແລະ ເຕັກໂນໂລຢີ 3G Mapping ສ້າງໂສມໜ້າໃໝ່ ທີ່ລຶກລັບ ມະຫັດສະຈັນ. ແນ່ນອນວ່າ ຈະສ້າງຄວາມປະທັບໃຈຫຼາຍຢ່າງແກ່ແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ