ທຶນFDIເຂົ້າຫວຽດນາມບັນລຸກ່ວາ10ຕື້USD

ທຶນFDIເຂົ້າຫວຽດນາມບັນລຸກ່ວາ10ຕື້USD - ảnh 1
(ພາບປະກອບ)

(vovworld) - ​ໃນ 5 ​ເດືອນຕົ້ນ​ປີ 2016, ນັກ​ລົງທຶນ​ຕ່າງປະ​ເທດ​ໄດ້​ລົງທຶນ​ເຂົ້າ 19 ຂົງ​ເຂດ, ​ໃນ​ນັ້ນ​ ຂົງ​ເຂ​ດອຸດສາຫະກຳ​ການ​ປຸງ​ແຕ່ງ, ການຜະລິດ​ແມ່ນ​ຂົງ​ເຂດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຫລາຍ​ຢ່າງ​ຈາກ​ນັກ​ລົງທຶນ​ຕ່າງປະ​ເທດ ດ້ວຍ​ໂຄງການ​ລົງທຶນ​ເກືອບ 400 ​ໂຄງການ​ທີ່​ຈົດ​ທະບຽນ​ໃໝ່, ຍອດ​ຈຳນວນ​​ເງິນລົງທຶນ​ໃໝ່ ​ແລະ ​ເພີ່ມ​ຂຶ້ນ​ກ່ວາ 6,60 ຕື້ USD. ຂົງ​ເຂດ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຢືນ​ອັນ​ດັບ​ທີ 2 ​ແລະ ຂົງ​ເຂດ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິ​ມະຊັບຢືນ​ຫອັນ​ດັບ 3.

        ​ເມື່ອ​ພິຈາລະ​ນາ​ຕາມ​ຄູ່​ຮ່ວມ​ມື​ລົງທຶນ​ແລ້ວ. ມີ 60 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນທີ່​ມີ​ການ​ລົງທຶນ​ຢູ່ ຫວຽດນາມ. ​ໃນ​ນັ້ນ ສ.​ເກົາຫຼີ ນຳ​ໜ້າ ດ້ວຍ​ຈຳນວນ​ເງິນ​ລົງທຶນ​ຈົດ​ທະບຽບ​ໃໝ່ ​ແລ​ະ ​ເພີ່ມ​ຂຶ້ນ​​ແມ່ນ 3,42 ຕີ້ USD. ລູກ​ຊຳ​ບ໋ວກ ຢືນ​ອັນ​ດັບ​ທີ 2 ​ແລະ ສິງກະ​ໂປ​ອັນ​ດັບ​ທີ 3. ກ່ຽວ​ກັບ​ບໍ​ລິ​ເວນ​ການ​ລົງທຶນ, ຮ່າ​ໂນ້ຍ ​ແມ່ນ​ທ້ອງ​ຖິ່ນ​ທີ່​ດຶງ​ດູດ​ເງິນ​ລົງທຶນ FDI ຫລາຍທີ່​ສຸດ ດ້ວຍ​ມູນ​ຄ່າ​ເກືອບ 140 ​ໂຄງການ​ລົງທຶນໃໝ່, ຍອດ​ຈຳນວນ​ເງິນ​ລົງທຶນ​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ຂຶ້ນ​ແມ່ນ 1,96 ຕື້ USD. ອັນ​ດັບ​ທີ 2 ​ແລະ ທີ 3​ ແມ່ນ​ນະຄອນ ຫາຍ​ຟ່ອງ ​ແລ​ະ ​ແຂວງ ດົ່ງ​ນາຍ ຕາມ​ລຳດັບ.

ຂ່າວ/ບົດ​ອື່ນ