ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາຢ້ຽມຢາມຈີນ

ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາຢ້ຽມຢາມຈີນ - ảnh 1
ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມລິ​ກາ ທ່ານນາງ Susan Rice
ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດຈີນ ສີຈິ້ນຜິງ
(ພາບ: tinmoi.vn)


(vovworld) – ວັນ​ທີ 28/08, ທີ່​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມລິ​ກາ ທ່ານນາງ Susan Rice ​​ໄດ້ໄປ​ຢ້ຽມຢາມ​ຈີນ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດຈີນ ສີຈິ້ນຜິງ, ຢູ່​ປັກ​ກິ​ງ, ​ໃນ​ສະພາບ​ທີ່ 2 ​ຝ່າຍ​ພວມ​ກະກຽ​ມຂັ້ນ​ຕອນ​ສຸດ​ທ້າຍ​ໃຫ້ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ ສີຈິ້ນຜິງ
​ໃນ​ເດືອນ 09 ຈະ​ມາ​ເຖິງ. ຕາມ​ສຳນັກ​ຂ່າວສານ AP ​ແລ້ວ, ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທ​ດ ສີຈິ້ນຜິງ
ຊີ້​ແຈ້ງຄວາມ​ປາດ​ຖະໜາຢາກສືບ​ຕໍ່​ການເຈລະຈາ​ກັບ​ທ່ານ​ປະທານ​າທິບໍດີ​ອາ​ເມ​ລິ​ກາ Barack Obama ​ເພື່ອ​ແນ​ໃສ່​​ແລກປ່ຽນ​ບັນດາ​ບັນຫາ​ສຳຄັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ. ທ່ານ​ປະທານ​ປະ​ເທດ ສີຈິນພິງ ​ເນັ້ນ​ໜັຫວ່າ, ຈີ​ນ ຢາກ​ສົມທົບ​ກັບ​ອາ​ເມ​ລິ​ກາ ​ເພື່ອ​ແນ​ໃສ່​ຮັບ​ປະ​ກັບ​ໃຫ້​ການ​ພົວພັນ 2 ຝ່າຍ ​ພັດທະນາ​ຢ່າງມີ​ສະຖຽນ​ລະພາບ ​ແລະ ໝັ້ນ​ຄົງ, ພ້ອມ​ທັງ​ຕ້ອງ​​ແກ້​ໄຂ​ບັນດາ​ບັນຫາ​ສະດ​ຸ້​ງ​ໄວຢ່າງມີ​ປະສິດທິ​ຜົນ​ລະຫວ່າງປັກ​ກິ​ງ ​ແລະ ວໍ​ຊິງ​ຕັນ.

        ສ່ວນ​ທ່ານ​ນາງ Susan Rice ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ປະທານ​ປະ​ເທ​ດ ສີຈິ້ນຜິງ
ໃນ​​ໄລ​ຍະ​ຈະ​ມາ​ເຖິງ ​ແມ່ນ​ຂີດ​ໝາຍ​ເຮັດ​ໃຫ​້ການ​ຮ່ວມ​ມື ກໍ​ຄື​ເພີ່ມທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ​ອີກ. ທ່ານ​ນາງ Susan Rice ກໍ​ເຕື້ອງ​ເຖິງບັນດາ​ຄວາມ​ບໍ​່ລົງ​ລອຍ​ກັນ ​ແລະ ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ ​ເຊິ່ງ 2 ຝ່າຍ​ຕ້ອງ​​ແກ້​ໄຂ, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ, ອາ​ເມ​ລິ​ກາ ​ແລະ ຈີນ ຈະ​ສືບ​ຕໍ່​ມາ​ນະພະ​ຍາ​ຍາມ​ໃນ​ວິວັດ​ການ​ນີ້.

ຂ່າວ/ບົດ​ອື່ນ