ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022

(VOVWORLD) -ຕາມແຜນການ, ນັກກິລາ, ຄູຝຶກ ຟ້າມມິນຢາງ ຈະຝຶກແອບຢູ່ສະໜາມແຂ່ງຂັນກິລາໃນຮົ່ມ ທ້າຍເຊີນນາມ ຮອດວັນທີ 21 ມີນາ ຈະເດີນທາງໄປປະເທດ ໄທ ຝຶກແອບ
ທິມກິລາ Futsal ຫວຽດນາມ ກະກຽມໃຫ້ງານແຂ່ງຂັນຊິງແຊັມອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ 2022 - ảnh 1ທິມກິລາ Futsal ຫວຽດນາມ
(ພາບ: VFF)

ວັນທີ 21 ກຸມພາ, ທິມກິລາ Futsal ຫວຽດນາມ ໄດ້ເຕົ້າໂຮມຢູ່ນະຄອນ ໂຮ່ຈິມີນ ເພື່ອກະກຽມເຂົ້າຮ່ວມງານແຂ່ງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ 2022 ແລະ ຮອບຄັດເລືອກ Futsal ອາຊີ 2022. ຕາມແຜນການ, ນັກກິລາ, ຄູຝຶກ ຟ້າມມິນຢາງ ຈະຝຶກແອບຢູ່ສະໜາມແຂ່ງຂັນກິລາໃນຮົ່ມ ທ້າຍເຊີນນາມ ຮອດວັນທີ 21 ມີນາ ຈະເດີນທາງໄປປະເທດ ໄທ ຝຶກແອບ ແລະ ແຂ່ງຂັນໃນງານແຂ່ງຂັນກິລາ Futsal ອາຊີຕາເວັນອອກສ່ຽງໃຕ້ 2022, ພ້ອມນີ້ກໍ່ແມ່ນຮອບຄັດເລືອກ Futsal ອາຊີ 2022.

ຕາມໝາກຜົນການຈົກສະຫຼາກການແຂ່ງຂັນໃນຕອນບ່າຍວັນທີ 21 ກຸມພາ, ທິມນັກກິລາ Futsal ຫວຽດນາມ ຈັດເຂົ້າສາຍ B ພ້ອມກັບ ອົດສະຕາລີ, ມຽນມາ ແລະ ຕີມໍຕາເວັນອອກ. ງານແຂ່ງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ 2022 ຈະດຳເນີນໃນລະຫວ່າງວັນທີ 02 ຮອດວັນທີ 11 ເມສາ 2022. ຕາມນັ້ນແລ້ວ, top 4 ທິມກິລາທີ່ມີຜົນງານດີທີ່ສຸດໃນງານແຂ່ງຂັນ Futsal ອາຊີຕາເວັນອອກສ່ຽງໃຕ້ 2022 ຈະໄດ້ເຂົ້າຮອບຊິງຊະນະເລີດ Futsal ອາຊີ 2022, ດຳເນີນຢູ່ ຄູເວດ ໃນລະຫວ່າງວັນທີ 25 ກັນຍາ ຮອດວັນທີ 20 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ