ທິມ​ຍິງ​ບັ້ງ​ໄຟ​ດອກ ຝ​ລັ່ງ ຄອງແຊ້ມ DIFF 2023

(VOVWORLD) - ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ DIFF 2023  ໄດ້ດຳເນີນຮອບຊີງຊະນະເລີດຢູ່ແຄມຝັ່ງແມ່ນ້ຳ ຮ່ານ ນະຄອນ ດ່າໜັງ ໃນຕອນຄ່ຳວັນທີ 8 ກໍລະກົດ, ດ້ວຍການແຂ່ງຂັນລະຫວ່າງທິມ ອີຕາລີ ແລະ ຝລັ່ງ.
ທິມ​ຍິງ​ບັ້ງ​ໄຟ​ດອກ ຝ​ລັ່ງ ຄອງແຊ້ມ DIFF 2023 - ảnh 1ການຍິງບັ້ງໄຟດອກຂອງ ຝລັ່ງ (ພາບ: TTXVN)

ໃນຮອບຊີງຊະນະເລີດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເລຈູງຈິງ, ໃຫ້ຮູ້ວ່າ:  ງານບຸນ DIFF 2023  ແມ່ນເຫດການທີ່ມີລັກສະນະພິເສດສະເພາະຂອງນະຄອນ ດ່າໜັງ. ດ້ວຍຫົວຂໍ້ “ໂລກບໍ່ມີຊ່ອງຫວ່າງ, ນະຄອນດ່າໜັງ ໄດ້ສະແດງສານກ່ຽວກັບການເຊື່ອມຕໍ່, ລົບລ້າງຊ່ອງຫວ່າງດ້ານພູມສາດ ເພື່ອໃຫ້ບັນດາປະເທດ, ບັນດາຊາດຫຍັບມໍ່ເຂົ້າກັນກວ່າ ດ້ວຍຄວາມຄາດຫວັງສັນຕິພາບ, ຄວາມຮັກແພງ ແລະ ຄວາມຫວັງຕໍ່ສິ່ງທີ່ດີງາມ.

ໃນງານແຂ່ງຂັນ ຍິງບັ້ງໄຟດອກປີນີ້, ທິມ ຝລັ່ງ ໄດ້ເອົາຊະນະທິມ ອີຕາລີ ແລະ ຍາດໄດ້ຂັນຄຳ. ລາງວັນ “ຫົວຄິດປະດິດສ້າງ” ໄດ້ແກ່ທິມ ໂປໂລຍ ແລະ ລາງວັນ “ຍອດນິຍົມ” ໄດ້ແກ່ທິມ ແຟງລັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ