ທິມບານເຕະແຫ່ງຊາດຫວຽດນາມຈະແຂ່ງຂັນກັບທິມບານເຕະແຫ່ງຊາດໄທຢູ່ສະໜາມກິລາມີ້ດິງ, ຮ່າໂນ້ຍ

(VOVWORLD) -ໃນນັດແຂ່ງຂັນທີ 5 ຮອບຄັດເລືອກ ກິລາບານເຕະ World Cup 2022, ທິມບານເຕະແຫ່ງຊາດຫວຽດນາມ ຈະແຂ່ງຂັນກັບທິມບານເຕະແຫ່ງຊາດໄທຢູ່ສະໜາມກິລາມີ້ດິງ, ຮ່າໂນ້ຍ ໃນເວລາ 20 ໂມງ ວັນທີ 19 ພະຈິກ

ນັດແຂ່ງຂັນນີ້ ມີຄວາມໝາຍສຳຄັນ ຕັດສິນການສືບຕໍ່ເຂົ້າແຂ່ງຂັນຮອບຕໍ່ໄປຂອງ ສາຍ G.    ທີ່ການປະຊຸມຂ່າວເມື່ອວັນທີ 18 ພະຈິກຢູ່ຮ່າໂນ້ຍ,  ຫົວໜ້າຄູເຝິກ ທິມບານເຕະແຫ່ງຊາດຫວຽດນາມ ປັກຮາງແຊວ ຢືນຢັນວ່າ : ທິມບານເຕະແຫ່ງຊາດຫວຽດນາມ ໄດ້ມີການກະກຽມເປັນຢ່າງດີ ແລະ ກຽມພ້ອມແຂ່ງຂັນເພື່ອເປົ້າໝາຍເອົາຊະນະຕໍ່ ທິມບານເຕະແຫ່ງຊາດໄທ ໃນນັດແຂ່ງຂັນເຕະບານສຸດທ້າຍຂອງ ທິມບານເຕະແຫ່ງຊາດຫວຽດນາມໃນປີ 2019. 

ຕອບກັບ

ຂ່າວ/ບົດ​ອື່ນ