ທົ່ວ​ປະ​ເທດ​ປະ​ຢັດ​ໄຟ​ຟ້າໄດ້​ເຖິງ 309.000 Kwh ພາຍຫຼັງ​ມອດ​ໄຟ 1 ຊົ່ວ​ໂມງ​ຕອບ​ສະ​ໜອງ ບັ້ນເຄື່ອນ​ໄຫວໂມງ​​ໜ່ວຍໂລກ 2022

(VOVWORLD) -ໂມງໜ່ວຍໂລກ ແມ່ນຂໍ້ລິເລີ່ມຂອງອົງການອະນຸລັກຮັກສາທຳມະຊາດສາກົນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຢັດພະລັງງານໃນທົ່ວໂລກ.
ທົ່ວ​ປະ​ເທດ​ປະ​ຢັດ​ໄຟ​ຟ້າໄດ້​ເຖິງ 309.000 Kwh ພາຍຫຼັງ​ມອດ​ໄຟ 1 ຊົ່ວ​ໂມງ​ຕອບ​ສະ​ໜອງ ບັ້ນເຄື່ອນ​ໄຫວໂມງ​​ໜ່ວຍໂລກ 2022 - ảnh 1ທົ່ວປະເທດໄດ້ປະຢັດໄຟຟ້າໄດ້ 309.000 kWh (ພາບ: TTXVN)

ຕາມຂໍ້ມູນຂ່າວສານຈາກສູນດັດປັບລະບົບໄຟຟ້າແຫ່ງຊາດແລ້ວ, ໂດຍຜ່ານການຕິດຕາມຂໍ້ມູນກ່ຽວກັບການນຳໃຊ້ໄຟຟ້າ, ພາຍຫຼັງມອດໄຟພາຍໃນ 1 ຊົ່ວໂມງ ເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 2022 (ແຕ່ 20h30-21h30 ໃນວັນທີ 26/3/2022), ທົ່ວປະເທດໄດ້ປະຢັດໄຟຟ້າໄດ້ 309.000 kWh (ເທົ່າກັບຈຳນວນເງິນປະມານ 576,1 ລ້ານດົງ). ໂມງໜ່ວຍໂລກ ແມ່ນຂໍ້ລິເລີ່ມຂອງອົງການອະນຸລັກຮັກສາທຳມະຊາດສາກົນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງວົງຄະນະຍາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະຢັດພະລັງງານໃນທົ່ວໂລກ. ບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກ ຢູ່ ຫວຽດນາມ ໂດຍກອງທຶນອະນຸລັກຮັກສາທຳມະຊາດ ສາກົນ ປຸກລະດົມ ໄດ້ດຶງດູດຄວາມສົນໃຈ, ຕອບສະໜອງຢູ່ 63 ແຂວງ, ນະຄອນ ພ້ອມດ້ວຍປະຊາຊົນທຸກຊັ້ນວັນນະ, ໃນນັ້ນ ກຸ່ມບໍລິສັດພະລັງງານໄຟຟ້າ ຫວຽດນາມ ກໍແມ່ນໜຶ່ງໃນບັນດາຫົວໜ່ວຍພົ້ນເດັ່ນ ທີ່ຍາມໃດກໍເອົາໃຈໃສ່ ແລະ ໃຫ້ການສົມທົບຢ່າງຕັ້ງໜ້າເພື່ອປະຕິບັດໂຄງການດັ່ງກ່າວໄດ້ເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ