ທົ່ວ​ໂລກ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກກວ່າ 1,1 ລ້ານ​ຄົນ ໃນ​ຮອບເວ​ລາ 24 ຊົ່ວ​ໂມງ ຜ່ານ​ມາ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 29 ທັນວາ, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ  283 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,4 ລ້ານຄົນ. 
ທົ່ວ​ໂລກ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ໃໝ່​ຕື່ມ​ອີກກວ່າ 1,1 ລ້ານ​ຄົນ ໃນ​ຮອບເວ​ລາ 24 ຊົ່ວ​ໂມງ ຜ່ານ​ມາ - ảnh 1 ການລຽນແຖວກວດເຊື້ອໂຄວິດ - 19 ຢູ່ ນິວຢອກ, ອາເມລິກາ ໃນວັນທີ 20 ທັນວາ (ພາບ: THX/ TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 29 ທັນວາ, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ  283 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,4 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຮອບເວລາ 24 ຊົ່ວໂມງຜ່ານມາໄດ້ເພີ່ມຂຶ້ນຢ່າງແຮງ ດ້ວຍຈຳນວນກວ່າ 1,1 ລ້ານຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກກວ່າ 6.000 ຄົນ.

        ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດໃໝ່ ຫຼາຍກວ່າໝູ່ໃນໂລກ; ຖັດຈາກນັ້ນແມ່ນ ຝລັ່ງ ແລະ ອັງກິດ. ອາເມລິກາ ກໍແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ສັງເກດລວມແລ້ວ, ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ.

        ວັນທີ 28 ທັນວາ, ອົງການອະນາໄມໂລກ (WHO) ກ່າວເຕືອນວ່າ ເຊື້ອໄວຣັດກາຍພັນ Omicron ອາດຈະເຮັດໃຫ້ລະບົບສາທາລະນະສຸກເຄື່ອນໄຫວເກີນຄວາມສາມາດ.


ຕອບກັບ

ຂ່າວ/ບົດ​ອື່ນ