ທົ່​ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລວມ​ທັງ​ໝົດ​ເກືອບ 240 ລ້ານ​ຄົນ

(VOVWORLD) -ຍອດຈຳນວນຜູ້ເສຍຊີວິດ ເກືອບ 4,9 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 45,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 740.000 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ທົ່​ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລວມ​ທັງ​ໝົດ​ເກືອບ 240 ລ້ານ​ຄົນ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ແບນຊິກ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ຂອງວັນທີ 14 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 240 ລ້ານຄົນ, ໃນນັ້ນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ກວ່າ 436.600 ຄົນ. ຍອດຈຳນວນຜູ້ເສຍຊີວິດ ເກືອບ 4,9 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 45,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 740.000 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ດ້ວຍອັດຕາສັກວັກຊິນກັນພະຍາດໂຄວິດ - 19 ສືບຕໍ່ເພີ່ມຂຶ້ນ, ຫຼາຍປະເທດໃນໂລກພວມດັດປັບຍຸດທະສາດປ້ອງກັນ, ຕ້ານໂລກລະບາດ ຫັນປ່ຽນຈາກ “zero ໂຄວິດ - 19” ໄປສູ່ການ “ດຳລົງຊີວິດຮ່ວມກັບ ໂຄວິດ - 19”, ໃນນັ້ນ ມີປະເທດຈຳນວນໜຶ່ງ ຄາດວ່າຈະເປີດປະຕູດ່ານຊາຍແດນ ແຕ່ເດືອນ ພະຈິກ ນີ້”.

ຢູ່ພາກພື້ນ ອາຊີ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ກ່າວວ່ານັບແຕ່ວັນທີ 1 ພະຈິກ ຈະມາເຖິງ, ປະເທດນີ້ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວທີ່ສັກວັກຊິນຄົບສອງເຂັມ ແລະ ຂີ່ຍົນມາຈາກ 10 ປະເທດ ທີ່ໄດ້ຮັບຖືວ່າ ໂລກລະບາດມີຄວາມສ່ຽງແຜ່ລະບາດຕ່ຳ.

ຄ້າຍຄືກັນ, ສິງກະໂປ ກໍປະກາດຈະເປີດກວ້າງ ລາຍການແລວທ່ອງທ່ຽວ ນັບແຕ່ວັນທີ 18 ຕຸລາ ນີ້ ໃຫ້ແຂກທ່ອງທ່ຽວທີ່ສັກວັກຊິນຄົບຕາມການກຳນົດ, ເປີດປະຕູດ່ານຊາຍແດນ ແລະ ຈະບໍ່ມີການແຍກຕົວສຳລັບແຂກທ່ອງທ່ຽວ ທີ່ສັກວັກຊິນຄົບ 2 ເຂັມ ເຊິ່ງມາຈາກ 9 ປະເທດ ເອີຣົບ ແລະ ອາເມລິກາເໜືອ.

ນັບແຕ່ເດືອນ ພະຈິກ ຈະມາເຖິງ ອາເມລິກາ ກໍຈະຍົກເລີດມາດຕະການຈຳກັດການໄປມາທາງການບິນ ກັບ 33 ປະເທດ ໃຊ້ສຳລັບຜູ້ທີ່ໄດ້ສັກວັກຊິນຄົບ 2 ເຂັມ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 17 ໂມງຂອງວັນທີ 13 ຕຸລາ ຫາເວລາ 17 ໂມງຂອງວັນທີ 14 ຕຸລາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.092 ຄົນ, ອັດໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໂຄວິດ - 19 ຢູ່ ຫວຽດນາມ ຂຶ້ນເຖິງ 853.842 ຄົນ, ໃນນັ້ມີ 788.005 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ