ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 13.680.000 ຄົນ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງເຊົ້າວັນທີ 16 ກໍລະກົດ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 13.681.783 ຄົນ ແລະ ມີ 586.136 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 8.030.267 ຄົນ.
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 13.680.000 ຄົນ - ảnh 1(ພາບປະກອບ/ Reuters)

        ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຫລາຍກ່ວາໝູ່ຈາກໂລກລະບາດໂຄວິດ-19 ຢ່າງໜັກໜ່ວງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 3.615.991 ຄົນ (ເພີ່ມຂຶ້ນ 70.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ) ແລະ ມີຜູ້ເສຍຊີວິດແມ່ນ 140.101 ຄົນ. ຖັດຈາກນັ້ນແມ່ນປະເທດ ບຣາຊິນ, ອິນເດຍ, ລັດເຊຍ, ເປຣູ…

ຕອບກັບ

ຂ່າວ/ບົດ​ອື່ນ