ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ

(VOVWORLD) -ໃນງວດທໍາອິດນີ້, ຮ່າໂນ້ຍ ໄດ້ຮັບວັກຊິນກວ່າ 8000 ໂດສ ແລະ ໃຫ້ບຸລິມະສິດແກ່ 6 ຮາກຖານສາທາລະນະສຸກທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ - 19. 
ທ້ອງ​ຖິ່ນ​ຕ່າງໆ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ງວດ​ທຳ​ອິດ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ໂຮງໝໍ ແທງຍ່ານ (ພາບ: Vietnam+)
ຕອນເຊົ້າວັນທີ 9 ມີນາ, ໂຮງໝໍແທັງຍ່ານ ແມ່ນຮາກຖານສາທາລະນະສຸກແຫ່ງທຳອິດ ຂຶ້ນກັບພະແນກສາທາລະນະສຸກ ນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດ ໃຫ້ແກ່ກຸ່ມພະນັກງານ, ແພດໝໍ ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອ. ວັກຊິນທີ່ໄດ້ນຳໃຊ້ໃນຄັ້ງນີ້ ແມ່ນວັກຊິນ Astra Genneca ໂດຍກະຊວງສາທາລະນະສຸກ ຫວຽດນາມ ແຈກຢາຍໃຫ້. ໃນງວດທໍາອິດນີ້, ຮ່າໂນ້ຍ ໄດ້ຮັບວັກຊິນກວ່າ 8000 ໂດສ ແລະ ໃຫ້ບຸລິມະສິດແກ່ 6 ຮາກຖານສາທາລະນະສຸກທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ - 19.  ທ່ານ ຈື໋ຊວັນຢຸງ, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຊີ້ນຳໃຫ້ຂະແໜງສາທາລະນະສຸກ ຜັນຂະຫຍາຍບັ້ນສັກວັກຊິນຕາມທິດເປີດເຜີຍໂປ່ງໃສ, ພິເສດ ຕ້ອງຮັບປະກັນປະສິດທິຜົນ ແລະ ຄວາມປອດໄພ. ຂະແໜງສາທາລະນະສຸກນະຄອນ ກໍໄດ້ຊາບຊຶມຜັນຂະຫຍາຍຢ່າງມີແບບມີແຜນ, ບໍ່ປະໃຫ້ເກີດກໍລະນີບໍ່ດັ່ງຫວັງ.” 

        ໃນວັນດຽວກັນ, ແຂວງ ຢາລາຍ ກໍໄດ້ຈັດຕັ້ງການສັກວັກຊິນກັນພະຍາດໂຄວິດ - 19 ຈຳນວນ 61 ໂດສ ທຳອິດ ໃນຈຳນວນ 1900 ໂດສ ທີ່ກະຊວງສາທາລະນະສຸກ ແຈກຢາຍໃຫ້ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ