ທ້ອງຖິ່ນຕ່າງໆຈັດງານວາງສະແດງກ່ຽວກັບປະທານໂຮ່ຈິມິນ

(VOVWORLD) -ວັນທີ 18 ພຶດສະພາ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈິມິນໄດ້ສົມທົບກັບບາງອົງການ, ສຳນັກງານທີ່ກ່ຽວຂ້ອງ ຈັດງານວາງສະແດງປຶ້ມ, ຮູບຖ່າຍ, ວັດຖຸພັນກ່ຽວກັບຫົວເລື່ອງ “ ໂຮ່ຈິມິນ-ຊີວິດ ແລະ ພາລະກິດ ” ຢູ່ຖະໜົນຫງວຽນວັນບີງ
ທ້ອງຖິ່ນຕ່າງໆຈັດງານວາງສະແດງກ່ຽວກັບປະທານໂຮ່ຈິມິນ - ảnh 1ແຈ່ໜຶ່ງຂອງງານວາງສະແດງ 

ງານວາງສະແດງໄດ້ວາງສະແດງ ວັດຖຸພັນ, ຮູບຖ່າຍສະສົມຂອງຫວຽດນາມ ແລະ ສາກົນກ່ຽວກັບ ຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ.

     ແລະ ໃນຕອນເຊົ້າວັນດຽວກັນ, ພະແນກຖະແຫຼງຂ່າວ ແລະ ສື່ສານແຂວງເທື່ອທຽນເຫ້ວໄດ້ສົມທົບກັບຫໍພິພິທະພັນ ໂຮ່ຈິມິນສາຂາສານແຂວງເທື່ອທຽນເຫ້ວ ຈັດງານວາງສະແດງ “ ໂຮ່ຈິມິນ-ວາດແຕ້ມຮູບເຄິ່ງຄີງ ”. ງານວາງສະແດງໄດ້ວາງສະອແດງຮູບຖ່າຍ 250 ແຜ່ນກ່ຽວກັບຊີວິດ, ພາລະກິດ, ບຸກຄະລິກກະພາບຂອງປະທານໂຮ່ຈິມິນ. ບັນດາຜູ້ເຂົ້າຊົມງານວາງສະແດງ ກໍລ້ວນແຕ່ສາມາດເຂົ້າໃຈແຈ້ງກ່ຽວກັບຈິດໃຈເມດຕາທີ່ກ້ວາງໃຫຍ່ໄພສານ ແລະ ຊີວິດແບບລຽບງ່າຍຂອງເພິ່ນ. ງານວາງສະແດງຈະເປີດປະຕູຮອດທ້າຍເດືອນສິງຫາຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ