ທ້ອງຖິ່ນຕ່າງໆຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 18 ຕຸລາ, ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ສົມທົບກັບຄະນະພັກກຸ່ມວິສາຫະກິດຮ່າໂນ້ຍ ຈັດລາຍງານ “ດອກໄມ້ບານຢູ່ຄຸ້ມຖະໜົນ” ທີ່ສະຫງວນໃຫ້ບັນດາແມ່ຍິງເຮັດອະນາໄມສິ່ງແວດລ້ອມ ເພື່ອແນໃສ່ສະແດງໃຫ້ເຫັນນ້ຳໃຈ, ການແບ່ງປັນສຳລັບບັນດາແມ່ຍິງທີ່ເຮັດວຽກງານໃນເງື່ອນໄຂສິ່ງແວດລ້ອມທີ່ຮ້າຍແຮງ.

ທ້ອງຖິ່ນຕ່າງໆຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ - ảnh 1ພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຢູ່ເກີນເທີ

(ພາບ: TTXVN)

ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດໃຫ້ເອື້ອຍນ້ອງກຳມະກອນຍິງ 50 ຄົນຂອງບໍລິສັດສິ່ງແວດລ້ອມເຂດຕົວເມືອງຮ່າໂນ້ຍ.

        ວັນທີ 18 ຕຸລາ, ຄະນະຊາວໜຸ່ມກວາງນາມ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງກວາງນາມ ຈັດຕັ້ງເວທີປາໄສ “ສ້າງຄອບຄົວໜຸ່ມທີ່ອົບອຸ່ນ, ອີ່ມໜຳສຳລານ, ກ້າວໜ້າ, ຜາສຸກ, ສີວິໄລ”. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍແມ່ຍິງໜຸ່ມທີ່ດີເດັ່ນ 20 ຄົນ ທີ່ມີການປະກອບສ່ວນຫຼາຍຢ່າງໃນການເຄືອນໄຫວວຽກງານສັງຄົມ, ເຮັດວຽກງານກຸສົນໃນບໍລິເວນແຂວງ ແລະ ມອບຂອງຂວັນໃຫ້ສະມາຊິກແມ່ຍິງທີ່ປະສົບກັບຄວາມທຸກຍາກ.

        ແລະກໍ່ໃນວັນທີ 18 ຕຸລາ, ກອງບັນຊາການທະຫານນະຄອນເກີນເທີ ໄດ້ສົມທົບກັບສະຫະພັນແມ່ຍິງນະຄອນ ຈັດພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 – 20 ຕຸລາ 2018).

ຕອບກັບ

ຂ່າວ/ບົດ​ອື່ນ