ທ້ອງຖິ່ນຕ່າງໆເອົາໃຈໃສ່ບຸນເຕັດໃຫ້ປະຊາຊົນ

(VOVWORLD) -       ວັນທີ 27 ມັງກອນ, ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ ໄດ້ໄປຢ້ຽມຢາມແຂວງ ຈ່າວິງ, ເພື່ອອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ກຳມະກອນ 50 ຄົນ ແລະ ຄອບຄົວທຸກຍາກ 100 ຄອບຄົວ.

ທ້ອງຖິ່ນຕ່າງໆເອົາໃຈໃສ່ບຸນເຕັດໃຫ້ປະຊາຊົນ - ảnh 1ທ່ານ ຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນໂຮ່ຈິມິນ

ໄປຢ້ຽມຢາມແຂວງ ຈ່າວິງ 

(ພາບ: dantri)

ທີ່ພິທີມອບຂອງຂວັນ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ, ພັກ, ລັດ, ທຸກຂັ້ນ, ທຸກຂະແໜງການ ຍາມໃດກໍ່ມານະພະຍາຍາມ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ ແລະ ມີຊີວິດອັນດີງາມກວ່າ.

        ວັນທີ 27 ມັງກອນ, ສະຫະພັນແຮງງານແຂວງ ຈ່າວິງ ໄດ້ຈັດພິທີຕ້ອນຮັບບຸນປີໃໝ່ 2019 ໃຫ້ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ. ເນື່ອງໃນໂອກາດນີ້, ສະຫະພັນແຮງງານແຂວງ ຈ່າວິງໄດ້ມອບຂອງຂວັນ 500 ພູດ ໃຫ້ຜູ້ອອກແຮງງານ, ມອບເຮືອນແຫ່ງຄວາມອົບອຸ່ນ 4 ຫຼັງໃຫ້ຜູ້ອອກແຮງງານທີ່ພວມປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່.

        ວັນທີ 27 ມັງກອນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈູງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ບັນດາຄຸນພໍ່ ແລະ ມອບຂອງຂວັນໃຫ້ແກ່ 50 ຄອບຄົວຊາວຄຼິດ ທີ່ປະສົບກັບຄວາມຫຍຸ້ງຍາກ ທີ່ຂຶ້ນກັບເຂດຊາວຄຼິດຮ່າໂນ້ຍ. ເນື່ອງໃນໂອກາດນີ້, ນະຄອນຮ່າໂນ້ຍ ກໍ່ໄດ້ລະດົມຈຳນວນເງິນກວ່າ 400 ຕື້ດົ່ງ ແລະ ຮຽກຮ້ອງຫັນເປັນການເຂົ້າຮ່ວມຂອງສັງຄົມ ເພື່ອມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ. ມາຮອດປະຈຸບັນ, ທົ່ວນະຄອນໄດ້ມອບຂອງຂວັນໃຫ້ປະຊາຊົນກວ່າ 850.000 ຄົນ, ຮັບປະກັນວ່າຜູ້ໃດກໍ່ມີວັນບຸນເຕັດອັນອົບອຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ