ທ້ອງຖິ່ນຕ່າງໆແກ້ໄຂສະພາບນ້ຳຖ້ວມເພື່ອໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ

(VOVWORLD) -ອຽນບາຍ ເຊິ່ງແມ່ນທ້ອງຖິ່ນຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ ຍ້ອນສະພາບນ້ຳຖ້ວມ. ຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ 11 ຄົນເສຍຊີວິດ, 6 ຄົນຫາຍສາບສູນ, ຄວາມເສຍຫາຍທາງດ້ານເສດຖະກິດຄາດວ່າແມ່ນກວ່າ 270 ຕື້ດົ່ງ.

ພາຍຫຼັງສະພາບຝົນຕົກ, ນ້ຳຖ້ວມ, ໃນເບື້ອງຕົ້ນແຂວງອຽນບາຍ ໄດ້ໜູນຊ່ວຍບັນດາຄອບຄົວທີ່ມີຜູ້ເສຍຊີວິດ, ຖືກຮັບບາດເຈັບ, ເຮືອນຊານຖືກພັງທະລາຍ ດ້ວຍຈຳນວນເງິນ 2 ຕື້ 540 ລ້ານດົ່ງ ແລະ ເຂົ້າສານກວ່າ 17 ໂຕນ.

        ແຂວງຟຸທໍ້ ໄດ້ຊີ້ນຳເມືອງ ເຕີນເຊີນ, ໃນສະເພາະໜ້າແມ່ນບູລະນະຟື້ນຟູ 2 ຂົວທີ່ຖືກຫັກພັງເພື່ອເຊື່ອມຕໍ່ການສັນຈອນໄປມາລະຫວ່າງບັນດາຕາແສງ ວັນລວງ, ມິງດາຍ ແລະ ເຂດໃກ້ຄຽງກ່ອນ. ສຳລັບເຂົ້າສານ 800 ຮັກຕາ ຖືກເສຍຫາຍ, ທາງເມືອງໄດ້ສຸມໃສ່ໜູນຊ່ວຍດ້ານແນວພັນເຂົ້າດ້ວຍຈຳນວນເງິນປະມານ 21 ຕື້ດົ່ງ ເພື່ອໃຫ້ພໍ່ແມ່ປະຊາຊົນຟື້ນຟູການຜະລິດ. ບັນດາເນື້ອທີ່ນາທີ່ບໍ່ສາມາດຟື້ນຟູໄດ້, ແມ່ນເມືອງຈະໜູນຊ່ວຍຈຳນວນເງິນ 10 ລ້ານດົ່ງ/ເຮັກຕາ ເພື່ອຫັນໄປສູ່ການປູກຜັກພືດ ແລະ ບັນດາຕົ້ນໄມ້ທີ່ເໝາະສົມ.

        ຕອນບ່າຍວັນທີ 22 ກໍລະກົດ, ຢູ່ເມືອງ ເຕີນເຊີນ, ແຂວງ ຟຸທໍ້ ຍັງມີກວ່າ 10 ບ້ານຂອງ 5 ຕາແສງຍັງຖືກຕັດແຍກຍ້ອນສະພາບນ້ຳຖ້ວມ. ທ່ານ ຫງວຽນບາຂວຽນ, ປະທານຄະນະກຳມະການປະຊາຊົນເມືອງເຕີນເຊີນ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ຮຽກຮ້ອງບັນດາຕາແສງ, ສຳລັບບັນດາຄອບຄົວທີ່ສາມາດໄປເຖິງໄດ້ແມ່ນຈະໄປເພື່ອໜູນຊ່ວຍ. ບັນດາຄອບຄົວທີ່ພວກຂ້າພະເຈົ້າຍັງບໍ່ທັນເຂົ້າເຖິງໄດ້, ແມ່ນຕາແສງຕ້ອງໄປລະດົມກຳລັງໃຈ, ເຮັດອະນາໄມໃຫ້ບັນດາຄອບຄົວ ແລະ ມອບເງິນໜູນຊ່ວຍໃນເບື້ອງຕົ້ນເປັນຈຳນວນ 7,5 ລ້ານ ຫາ 10 ລ້ານດົ່ງ/ຄອບຄົວ. ບັນດາເຮືອນທີ່ຖືກເສຍຫາຍໝົດທັງຫຼັງໄດ້ຮັບຈຳນວນເງິນຊ່ວຍເຫຼືອເບື້ອງຕົ້ນແມ່ນ 15 ລ້ານດົ່ງ”.

        ຄາດວ່າ, ຍ້ອນຜົນສະທ້ອນຂອງຄວາມກົດດັນອາກາດຢູ່ໃກ້ກັບເກາະ ໄຮໜານ ຂອງຈີນ, ໃນລະຫວ່າງແຕ່ວັນທີ 23 – 29 ກໍລະກົດ, ທາງພາກເໜືອ, ພາກກາງຫວຽດນາມ ຍັງເກີດມີຝົນຕົກໜັກຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ