ທ່ອງທ່ຽວດົນຕີ - ກາລະໂອກາດໃໝ່ຕື່ມອີກໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ ຫວຽດນາມ

(VOVWORLD) - ລາຍການສະແດງສິລະປະ “ສະແດງອ້ອມຮອບໂລກຂອງ BLACKPINK 2023” (BLACKPINK World Tour 2023) ຫຼື ເອີ້ນວ່າ Born Pink ຈັດຂຶ້ນໃນຕອນຄ່ຳວັນທີ 29-30 ກໍລະກົດ, ຢູ່ສະໜາມກິລາ ມີ້ດິ່ງ
ທ່ອງທ່ຽວດົນຕີ - ກາລະໂອກາດໃໝ່ຕື່ມອີກໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ ຫວຽດນາມ - ảnh 1ເຫດການໄດ້ປະກອບສ່ວນຊຸກຍູ້ການພັດທະນາທ່ອງທ່ຽວ
(ພາບ: TTXVN)

ຈາກເຫດການສະແດງຂອງ BLACKPINK ຫວຽດນາມ ມີກາລະໂອກາດພັດທະນາການທ່ອງທ່ຽວດົນຕີຕື່ມອີກ. ນັ້ນແມ່ນຄຳຢືນຢັນຂອງນັກຊ່ຽວຊານຫຼາຍຄົນໃນຂົງເຂດທ່ອງທ່ຽວ ພາຍຫຼັງທີ່ເຫັນໄດ້ຄວາມ “ກຳລັງດຶງດູດ” ຂອງເຫດການດັ່ງກ່າວຢູ່ ຫວຽດນາມ ໃນມື້ຜ່ານມາ.

ລາຍການສະແດງສິລະປະ “ສະແດງອ້ອມຮອບໂລກຂອງ BLACKPINK 2023” (BLACKPINK World Tour 2023) ຫຼື ເອີ້ນວ່າ Born Pink ຈັດຂຶ້ນໃນຕອນຄ່ຳວັນທີ 29-30 ກໍລະກົດ, ຢູ່ສະໜາມກິລາ ມີ້ດິ່ງ, ຮ່າໂນ້ຍ, ແມ່ນເຫດການວັດທະນະທຳລະດັບສາກົນ, ມີຂອບຂະໜາດໃຫຍ່. ຕາມບັນດານັກຊ່ຽວຊານດ້ານທ່ອງທ່ຽວແລ້ວ, ນອກຈາກແຂກທ່ອງທ່ຽວສາກົນ, ຜູ້ນິຍົມຢູ່ພາຍໃນປະເທດ ແລະ ສາກົນແລ້ວ, ເຫດການຍັງໄດ້ດຶງດູດວົງການສ່ືມວນຊົນໂລກມາ ຫວຽດນາມ. ເຫດການໄດ້ປະກອບສ່ວນຊຸກຍູ້ການພັດທະນາທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ