ທ່ອງທ່ຽວຕາມມາດຕະຖານສາກົນຂອງ Dubai ຢູ່ກວາງນິງ

ທ່ອງທ່ຽວຕາມມາດຕະຖານສາກົນຂອງ Dubai ຢູ່ກວາງນິງ - ảnh 1
ທ່ານ ຫງວຽນ​ວັນ​ດອກ, ​ເລຂາ​ຄະນະ​ພັ​ກ​ແຂ​ວງກວາງ​ນິງ
ພົບປະກັບປະທານ​ກຸ່ມ​ບໍລິສັດ​ພັດທະນາ​ອະສັງຫາ​ລິ​ມະ​ຊັບ Nakhell
(ພາບ: baoquangninh.com.vn)


​(vovworld) –  ທ່ານ Ali Rashid Ahmad Lootah, ປະທານ​ກຸ່ມ​ບໍລິສັດ​ພັດທະນາ​ອະສັງຫາ​ລິ​ມະ​ຊັບ Nakhell (ສະຫະລັດອາຣັບ ​ເອມມີ​ເລດ​), ​ແມ່ນໜຶ່ງ​ໃນ​ບັນດາກຸ່ມ​ບໍລິສັດ​ອະສັງຫາລິມະ​ຊັບ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ, ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ການ​ນຳ​ແຂວງ​ກວາງ​ນິງ ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 21/04, ກ່ຽວ​ກັບ​ການ​ກໍ່ສ້າງ​ເຂດທ່ອງ​ທ່ຽວ​ທຳ​ມະ​ຊາດ​ Ha Long Star, ຕາມ​ມາດຖານ​ສາກົນ​ຢູ່​ຮ້າ​ລອງ. ​ໂຄງການ​ເຂດ​ຕົວ​ເມືອງ - ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ Ha Long Star ດ້ວຍ​ຍອດ​ເງິນລົງທຶນ​ກວ່າ 550 ລ້ານ USD ​ແລະ ມີ​ເນື້ອທີ່ກວ່າ 200 ha, ​ເຊິ່ງລວມມີ​: ​ໂຮງ​ແຮງ 5 ດາວ, ສູນ​ຈັດ​ຕັ້ງກອງ​ປະຊຸມ​, ສູນ​ການ​ຄ້າ… ນີ້​ກໍ່​ແມ່ນ​ໂຄງການ​ຈະ​ບັນລຸ​ບັນດາ​ມາດຕະຖານ​​ທັນ​ສະ​ໄໝທີ່​ສຸດ ​ເຊິ່ງບັນດາ​ກິດຈະກຳ​ກໍ່ສ້າງ​ຢູ່ Dubai ພວມ​ບັນລຸ. ຄາດ​ວ່າ​ໃນ​ປີ 2015 ​ເຂດ​ຕົວ​ເມືອງ, ​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດ Ha Long Star ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ. ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ວັນ​ດອກ, ​ເລຂາ​ຄະນະ​ພັ​ກ​ແຂ​ວງກວາງ​ນິງ, ​ເນັ້ນ​ໜັກ​ວ່າ: ກວາງ​ນິງ ກຳນົດ​ການ​ສົ່ງ​ເສີມ​ການ​ລົງທຶນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸມ, ມີ​ລັກສະນະ​ບຸກທະລຸ, ​ໃນ​ໄລຍະ​ຜ່ານ​ມາ ທາງ​ແຂວງ​ໄດ້​ຍູ້​ແຮງ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ພື້ນຖານ​ໂຄງ​ລ່າງ​ບັນລຸ​ຜົນສຳ​ເລັດ ດ້ວຍ​ເລື່ອງ​ສະຫງວນ​ທຸກ​ແຫຼ່ງກຳລັງ​ໃຫ້​ບັນ​ດາ​ໂຄງການ​ຈຸດ​ສຸມ.
ຂ່າວ/ບົດ​ອື່ນ