ທ່ອງທ່ຽວຮ່າໂນ້ຍກຽມພ້ອມເພື່ອຟື້ນຟູ

(VOVWORLD) -ບັນດາຫົວໜ່ວຍທ່ອງທ່ຽວຂອງ ຮ່າໂນ້ຍ ພວມຢູ່ໃນທ່າກຽມພ້ອມກັບມາເຄື່ອນໄຫວຄືນໃໝ່, ດ້ວຍຫຼາຍຜະລິດຕະພັນທ່ອງທ່ຽວມີຄຸນນະພາບ, ປອດໄພ
ທ່ອງທ່ຽວຮ່າໂນ້ຍກຽມພ້ອມເພື່ອຟື້ນຟູ - ảnh 1ຮ່າໂນ້ຍ ພວມຢູ່ໃນທ່າກຽມພ້ອມກັບມາເຄື່ອນໄຫວຄືນໃໝ່
(ພາບປະກອບ: TTXVN)
 

ພະແນກທ່ອງທ່ຽວ ຮ່າໂນ້ຍ ພວມສ້າງແຜນການຟື້ນຟູ, ພັດທະນາການທ່ອງທ່ຽວຂອງນະຄອນຫຼວງ ຕິດແທດກັບສະພາບການຜັນແປຂອງໂລກລະບາດໂຄວິດ-19 ຕາມຄຳກ່າວເຕືອນຂອງກະຊວງສາທາລະນະສຸກ. ປະຈຸບັນ, ຮ່າໂນ້ຍ ໄດ້ສັກວັກຊິນ 96% ໃຫ້ພົນລະເມືອງທີ່ມີອາຍຸ 18 ປີຂຶ້ນໄປ ແລະ ສັກວັກຊິນກັນໂຄວິດ-19 ເຂັມທີ 1 ໃຫ້ພົນລະເມືອງໄດ້ເກືອບ 70% ແລ້ວ. ບັນດາຫົວໜ່ວຍທ່ອງທ່ຽວຂອງ ຮ່າໂນ້ຍ ພວມຢູ່ໃນທ່າກຽມພ້ອມກັບມາເຄື່ອນໄຫວຄືນໃໝ່, ດ້ວຍຫຼາຍຜະລິດຕະພັນທ່ອງທ່ຽວມີຄຸນນະພາບ, ປອດໄພເພື່ອຮັບໃຊ້ນັກທ່ອງທ່ຽວ. ຕາມທ່ານ ເຈິ່ນຈູງຮຽວ, ຮອງຫົວໜ້າພະແນກທ່ອງທ່ຽວຮ່າໂນ້ຍ ແລ້ວ, ຄາດວ່າ, ນັບແຕ່ນີ້ຮອດທ້າຍປີ, ຂະແໜງທ່ອງທ່ຽວ ຮ່າໂນ້ຍ ຈະຜັນຈະຫຍາຍຕາມແຜນການລະອຽດ:

        “ແຜນການປະຕິບັດລະອຽດຈະສະເໜີຕໍ່ນະຄອນ ຮ່າໂນ້ຍ ອະນຸຍາດໃຫ້ເຄື່ອນໄຫວ ໂດຍອີງຕາມການຜັນແປຂອງໂລກລະບາດ ແລະ ຄາດວ່າ ໃນເດືອນ ຕຸລາ 2021 ຈະນຳໃຊ້ບັນດາມາດຕະການເປີດປະຕູ, ອະນຸຍາດໃຫ້ຫົວໜ່ວຍທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວໃນບໍລິເວນນະຄອນ. ເດືອນ ພະຈິກ ຈະອະນຸຍາດໃຫ້ທ່ອງທ່ຽວຕ້ອນຮັບນັກທ່ອງທ່ຽວຢູ່ພາຍໃນນະຄອນ ແລະ ບັນດາແຂວງ, ນະຄອນທີ່ສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ເດືອນ ທັນວາ ອາດຈະນຳໃຊ້ບັນດາມາດຕະການເປີດປະຕູ ແລະ ຟື້ນຟູການທ່ອງທ່ຽວຕາມສະພາບປົກກະຕິໃໝ່.”

ຕອບກັບ

ຂ່າວ/ບົດ​ອື່ນ