ທະ​ນາ​ຄານ HSBC: ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ໄດ​ຜົນ​ສຳ​ເລັດ

(VOVWORLD) -ຕາມບົດລາຍງານແລ້ວ, ພາຍຫຼັງທີ່ບັນລຸໄດ້ລະດັບການເຕີບໂຕເປັນໜ້າຊື່ນຊົມ ດ້ວຍ 17% ໃນ 6 ເດືອນຕົ້ນປີ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ທະ​ນາ​ຄານ HSBC: ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ໄດ​ຜົນ​ສຳ​ເລັດ - ảnh 1(ພາບ: CEIC, HSBC)

ວັນທີ 17 ສິງຫາ, ທະນາຄານ HSBC ໄດ້ປະກາດບົດລາຍງານດ້ວຍຫົວຂໍ້ “Vietnam at a glance - ກັບມາຍຸດໂທບາຍເກົ່າ”, ໄດ້ຊິໃຫ້ເຫັນສະພາບພື້ນຖານເສດຖະກິດ ຫວຽດນາມ ໃນຫຼາຍແງ່ມູມ. ຕາມບົດລາຍງານແລ້ວ, ພາຍຫຼັງທີ່ບັນລຸໄດ້ລະດັບການເຕີບໂຕເປັນໜ້າຊື່ນຊົມ ດ້ວຍ 17% ໃນ 6 ເດືອນຕົ້ນປີ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການສົ່ງອອກຂອງ ຫວຽດນາມ ໃນຕົ້ນໄລຍະ 6 ເດືອນທ້າຍປີ ແມ່ນມີການເພີ່ມຂຶ້ນ ໜ້ອຍຕ່ຳກວ່າ ເມື່ອທຽບໃສ່ການຄາດຄະເນໃນເບື້ອງຕົ້ນ. ສາເຫດຕົ້ນຕໍແມ່ນຍ້ອນຂົງເຂດເອເລັກໂຕນິກມີການເຕີບໂຕຊ້າລົງ, ພິເສດແມ່ນສິນຄ້າໂທລະສັບ. ເຖິງຢ່າງໃດກໍຕາມ, ການຕໍ່າແຜນຕັດຫຍິບ ແລະ ເກີດໜັງ ພັດມີການເຕີບໂຕຢ່າງແຮງ, ບັນລຸ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ການເຕີບໂຕໃນຂົງເຂດສົ່ງອອກ ກໍຄ່ອຍໆເພີ່ມຂຶ້ນ ດ້ວຍ 3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ບົດລາຍງານຂອງ HSBC ໃຫ້ຮູ້ວ່າ ຫວຽດນາມ ຍັງສະແດງໃຫ້ເຫັນການເຄື່ອນໄຫວຜະລິດຢ່າງແຮງກວ່າບັນດາປະເທດສ່ວນຫຼາຍໃນພາກພື້ນ, ພິເສດແມ່ນ ເມື່ອບັນດາປະເທດສ່ວນໃຫຍ່ໃນ ອາຊີ ລ້ວນແຕ່ເຫັນປະຈັກຕາການຫຼຸດຜ່ອນໃບສັ່ງຊື້ສິນຄ້າສົ່ງອອກໃໝ່. ບົດລາຍງານກໍຮອງຮັບວ່າ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດໃດໜຶ່ງ. ສິ່ງທີ່ໜ້າສົນໃຈແມ່ນ, ການເຕີບໂຕລາຍຮັບຈາການຂາຍຍ່ອຍແມ່ນມີລະດັບສູງສະຖິຕິ ກວ່າ 55% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ທ່ວງທ່າບໍລິໂພກສືບຕໍ່ເພີ່ມຂຶ້ນຢ່າງແຮງ ທັງສິນຄ້າ ແລະ ການບໍລິການ.


ຕອບກັບ

ຂ່າວ/ບົດ​ອື່ນ