ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7%

(VOVWORLD) -ຕາມ UOB ແລ້ວ, ການການເຕີບໂຕ ຢ່າງແຮງຂອງ GDP ຫວຽດນາມ ໃນໄຕມາດ II/2022 ໄດ້ຊຸກຍູ້ຍ້ອນການເຄື່ອນໄຫວຜະລິດ ໄດ້ເພີ່ມຄວາມໄວໃນໄຕມາດທີ 4 ຢ່າງຕໍ່ເນື່ອງ ແລະ ການຟື້ນຟູຢ່າງແຮງຂອງການເຄື່ອນໄຫວການບໍລິການ ໄດ້ຄ່ອຍໆກັບຄືນທ່າເຕີບໂຕນັບແຕ່ຄັ້ງຫຼຸດລົງສຸດທ້າຍໃນໄຕມາດທີ III/2021. 
ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7% - ảnh 1ພາບປະກອບ: TTXVN

ທະນາຄານ UOB (ສິງກະໂປ) ຫາກໍ່ຍົກລະດັບການຄາດຄະເນການເຕີບໂຕ GDP ປີ 2022 ຂອງ ຫວຽດນາມ ແຕ່ລະດັບ 6,5% ຂຶ້ນເຖິງ 7%. ການຄາດຄະເນນີ້ ແມ່ນໃນກໍລະນີ ບໍ່ຖືກຂາດວັກຂາດຕອນໃດໜຶ່ງ ຍ້ອນພະຍາດໂຄວິດ - 19 ແລະ ການເຕີບໂຕ GDP ຂອງ 6 ເດືອນທ້າຍປີ ແມ່ນປະມານ 7,6 – 7,8%. UOB ຕີລາຄາການຟື້ນຟູຢ່າງແຮງຂອງ ເສດຖະກິດ ຫວຽດນາມ ໃນໄຕມາດທີ II/2022, ດ້ວຍລະດັບເພີ່ມຂຶ້ນ GDP 7,7% ລື່ນກາຍລະດັບການຄາດຄະເນຂອງບັນດາອົງການຄົ້ວຄ້ວາ.

ຕາມ UOB ແລ້ວ, ການການເຕີບໂຕ ຢ່າງແຮງຂອງ GDP ຫວຽດນາມ ໃນໄຕມາດ II/2022 ໄດ້ຊຸກຍູ້ຍ້ອນການເຄື່ອນໄຫວຜະລິດ ໄດ້ເພີ່ມຄວາມໄວໃນໄຕມາດທີ 4 ຢ່າງຕໍ່ເນື່ອງ ແລະ ການຟື້ນຟູຢ່າງແຮງຂອງການເຄື່ອນໄຫວການບໍລິການ ໄດ້ຄ່ອຍໆກັບຄືນທ່າເຕີບໂຕນັບແຕ່ຄັ້ງຫຼຸດລົງສຸດທ້າຍໃນໄຕມາດທີ III/2021. ກ່ຽວກັບໄພເງິນເຟີ້, OUB ຖືວ່າ ຄວາມກົດດັນໄພເງິນເຟີຶຶ່ອາດຈະໄດ້ຮັບການຄວບຄຸມ ຍ້ອນຜົນກະທົບຫຼັກທີ່ກ່ຽວຂ້ອງເຖິງຄ່າພະລັງງານ ໃນຂະນະທີ່ຄ່າສະບຽງອາຫານຍັງໄດ້ຮັບການຄວບຄຸມຢູ່ລະດັບດີພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ