ທະນາຄານ ຫວຽດນາມ ປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ - ສັງຄົມຂອງລາວ

(VOVWORLD) - ຈຸດປະສົງເປີດສາຂາທະນາຄານ Sacombank ຢູ່ລາວ ແມ່ນເພື່ອແນໃສ່ສະໜອງບັນດາມາດຕະການດ້ານການເງິນຢ່າງຮອບດ້ານໃຫ້ແກ່ລູກຄ້າ ແລະ ປະຊາຄົມວິສາຫະກິດຫວຽດນາມ - ລາວ

ຕອນຄ່ຳວັນທີ 12 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ທະນາຄານ ການຄ້າຫຸ້ນສ່ວນໄຊງ່ອນ ສາຂາຢູ່ ລາວ (Sacombank ລາວ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ (12/12/2008 – 12/12/2018). ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເຢືອງກົງມິງ, ປະທານສະພາບໍລິຫານ Sacombank ໃຫ້ຮູ້ວ່າ: ຈຸດປະສົງເປີດສາຂາທະນາຄານ Sacombank ຢູ່ລາວ ແມ່ນເພື່ອແນໃສ່ສະໜອງບັນດາມາດຕະການດ້ານການເງິນຢ່າງຮອບດ້ານໃຫ້ແກ່ລູກຄ້າ ແລະ ປະຊາຄົມວິສາຫະກິດຫວຽດນາມ - ລາວ. ທ່ານເນັ້ນໜັກວ່າ: ພາຍຫຼັງ 10 ປີທີ່ໄດ້ເປີດສາຂາຢູ່ລາວ, Sacombank ສາຂາຢູ່ ລາວ ໄດ້ ແລະ ຈະສືບຕໍ່ເປີດກ້ວາງຕາໜ່າງຢູ່ບັນດາແຂວງ, ນະຄອນຈຸດສຸມ; ບຳລຸງສ້າງຖັນແຖວບຸກຄະລາກອນທ້ອງຖິ່ນກາຍເປັນຖັນແຖວຄຸ້ມຄອງແກ່ນສານ ເພື່ອຫັນຄຳໝັ້ນສັນຍາໃນການລົງທຶນໃຫ້ປະກົດຜົນເປັນຈິງ, ຍາວນານ ແລະ ປະກອບສ່ວນຊຸກຍູ້ການພັດທະນາລະບົບການເງິນ, ເສດຖະກິດຂອງລາວ.

        ປະຈຸບັນ, Sacombank ສາຂາຢູ່ ລາວ ລວມມີສຳນັກງານ ແລະ 4 ສາຂາຢູ່ນະຄອນຫຼວງ ວຽງຈັນ, ແຂວງ ຈຳປາສັກ ແລະ ແຂວງ ສະຫວັນນະເຂດ, ເຊິ່ງແມ່ນໜຶ່ງໃນບັນດາທະນາຄານການຄ້າອັນດັບຕົ້ນຢູ່ລາວ. ຄິດໄລ່ຮອດວັນທີ 30 ພະຈິກ 2018, ຊັບສິນທັງໝົດຂອງ Sacombank ສາຂາຢູ່ລາວ ບັນລຸ 158,126 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ