ທະ​ນາ​ຄານ ໂລກ: ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​​ຢ່າງທັນ​ສະ​ໄໝ ເພື່ອ ໃຫ້ຫວຽດ​ນາມ ໄວ​ກ່ວ​າ​ອີກ

(VOVWORLD) -ວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ທະນາຄານ ໂລກ (WB) ໄດ້ປະກາດບົດລາຍງານອັບເດັດການຕີລາຄາແຫ່ງຊາດ ປີ 2021 ດ້ວຍຫົວຂໍ້ “ເພື່ອຝຫ້ຫວຽດນາມ ພັດທະນາ, ວັດຖະນາຖາວອນ: ປະຕິຮູບລະບອບລະບຽບການ ມຸ່ງໄປເຖິງການປະຕິບັດຢ່າງມີປະສິດທິຜົນ”.
ທະ​ນາ​ຄານ ໂລກ: ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​​ຢ່າງທັນ​ສະ​ໄໝ ເພື່ອ ໃຫ້ຫວຽດ​ນາມ ໄວ​ກ່ວ​າ​ອີກ - ảnh 1ການຖະແຫຼງຂ່າວປະກາດບົດລາຍງານສະບັບຫຼ້າສຸດ

ບົດລາຍງານໄດ້ໄຈ້ແຍກບັນດາບຸລິມະສິດພັດທະນາຂອງ ຫວຽດນາມ ໃນຊຸມທົດສະວັດຈະມາເຖິງ ແລະ ສະເໜີບາງພື້ນຖານລວມມີການປະຕິຮູບ ລະບອບລະບຽບການຈຳນວນໜຶ່ງຊ່ວຍໃຫ້ລັດຖະບານປະຕິບັດບັນດາບຸລິມະສິດພັດທະນາຢ່າງມີປະສິດທິຜົນກ່ວາ.

ບົດລາຍງານຂອງ ທະນາຄານໂລກ ແລ້ວ, ເພື່ອຫັນຄວາມຄາດຫວັງກາຍເປັນປະເທດມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຕ້ອງຫັນປ່ຽນຮູບແບບການເຕີບໂຕ ແລະ ປັບປຸງກຳລັງຄວາມສາມາດຂອງລັດຖະບານຢ່າງຈະແຈ້ງໃນການສົມທົບ, ຜັນຂະຫຍາຍການປະຕິຮູບນະໂຍບາຍເສດຖະກິດ, ການລົງທຶນສາທາລະນະ. ທ່ານນາງ ເຈິ່ນທິລານເຮືອງ, ນັກຊ່ຽວຊານບໍລິຫານສາທາລະນະຂັ້ນສູງ ຂອງ WB ປະຈຳ ຫວຽດນາມ, ທັງເປັນຫົວໜ້າກຸ່ມປະຕິບັດບົດລາຍງານ ຖືວ່າ:

        ທີໜຶ່ງ, ຕ້ອງມີກອບກຳນົດລະບຽບຢ່າງຮັດກຸ່ມ ເພື່ອປະຕິບັດບໍ່ວ່າເປົ້າໝາຍໃດ. ບັນດາກົນໄກຕ້ອງໄດ້ຮັບການມອບສິດ ເພື່ອຊີ້ນຳ ແລະ ຕິດຕາມຢ່າງໃກ້ຊິດບັນດາເປົ້າໝາຍທີ່ວາງອອກ. ທີ ສອງ, ແມ່ນປະຕິຮູບລະບຽບການບໍລິຫານ. ການນຳໃຊ້ກົນໄກຕະຫຼາດ ເພື່ອເພີ່ມລັກສະນະໂປ່ງໃສ ແລະ ລັກສະນະແກ້ງແຍ້ງ ໃນຕະຫຼາດ, ການສົ່ງເສີມການກະທຳທີ່ມີຄວາມຮັບຜິດຊອບກ່ວາ ໃນການປະຕິບັດເປົ້າໝາຍພັດທະນາ ຫວຽດນາມ ກໍແມ່ນສິ່ງທີ່ສຳຄັນ.

        ທີ່ພິທີປະກາດ, ທ່ານນາງ Carolyn Turk, ຜູ້ອຳນວຍການແຫ່ງຊາດ ທະນາຄານ ໂລກ ປະຈຳ ຫວຽດນາມ ຢັ້ງຢືນວ່າ ການປະຕິຮູບລະບອບລະບຽບການຢ່າງຄົບຊຸດ ສາມາດຊ່ວຍໃຫ້ຫວຽດນາມ ຫຼຸດພົ້ນອອກຈາກ ລະດັບລາຍຮັບປາງ ກາງຜ່ານການຍົກສູງປະສິດທິຜົນໃນການຮັບມື ກັບບັນດາສິ່ງທ້າທາຍໃໝ່ ແລະ ສັບສົນທີ່ເກີດຂຶ້ນຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ