ທະນາຄານແຫ່ງລັດ ຫວຽດນາມ ດັດປັບ ອັດຕາແລກປ່ຽນ VND/USD

ທະນາຄານແຫ່ງລັດ ຫວຽດນາມ ດັດປັບ ອັດຕາແລກປ່ຽນ VND/USD - ảnh 1
(ພາບປະກອບ)

(vovworld) – ບັນດາ​ການ​ຕີ​ລາຄາຢ່າງ​ຕັ້ງ​ໜ້າ​ທີ່ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ປະ​ກາດ​ອັດຕາ​ແລກປ່ຽນສະ​ເລ່ຍລະຫວ່າງ​ທະນາຄານ ລະຫວ່າງ​ເງິນ​ດົ່ງ​ຫວຽດນາມ (VND) ​ແລະ USD ນັບ​ແຕ່​ວັນ​ທີ 07/01 ​ເປັນ​ຕົ້ນ​ໄປ, ຈາກ​ອັດຕາ​ແລກປ່ຽນ 21,246 VND/USD ຂຶ້ນ​ເຖິງ 21,458 VND/USD (ລະດັບ​ດັດ​ປັບ​ແມ່ນ 1%). ຜູ້​ອຳນວຍການ​ໃຫຍ່​ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ (Vietinbank) ​ເລ​ດຶດທໍ້​ ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ດັດ​ປັບ​ອັດຕາ​ດັ່ງກ່າວ ​ແມ່ນ​​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ຕະຫຼາດ​ເປັນ​ຢ່າງ​ດີ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ສຳຄັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ພັດທະນາ​ຕະຫຼາດ​ເງິນຕາ​ຢູ່​ຫວຽດນາມ ​ໃຫ້​ຈະ​ແຈ້ງ​ ​ແລະ ໝັ້ນຄົງ​ກວ່າ. ກ່ອນ​ໜ້າ​ນັ້ນ, ​ເມື່ອ​ຕອບ​ສຳພາດ​ກໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ນາງ​ຮອງຜູ້​ວ່າການການ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ ຫງວຽນ​ທິຮົ່ງ ​ໃຫ້​ຮູ້​ວ່າ.

        “ມະຕິ​ເລກທີ 01 ຂອງ​ລັດຖະບານ​ທີ່​ປະກາດ​​ໃຊ້ໃນ​ວັນ​ທີ 03/01 ​ໄດ້​ມອບ​ໜ້າ​ທີ່​ໃຫ້​ທະນາຄານ​ແຫ່ງ​ລັດ​​​ເປັນ​ເຈົ້າ​ການບໍລິຫານນະ​ໂຍບານ​ເງິນຕາ​​​ຢ່າງ​ມີ​ໄຫວ​ພິບ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ນະ​ໂຍບາຍ​ການ​ເງິນ ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຮັບປະກັນ​ພື້ນຖານເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ໜູນ​ຊ່ວຍ​ການ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ; ບໍລິ​ຫານ​ອັດຕາ​ດອກ​ເບຍ ​ແລະ ອັດຕາ​​ແລກປ່ຽນໃຫ້​ເໝາະ​ສົມ​ກັບ​ການ​ຜັນ​ແປ່​ຂອງເສດຖະກິດ​ມະຫາ​ພາກ​ໃນຕະຫຼາດ​ເງິນຕາ”.

ຂ່າວ/ບົດ​ອື່ນ