ທະນາຄານແຫ່ງລັດຫວຽດນາມຈະຮັກສາອັດຕາແລກປ່ຽນສະກຸນເງິນUSDເປັນປົກກະຕິ

ທະນາຄານແຫ່ງລັດຫວຽດນາມຈະຮັກສາອັດຕາແລກປ່ຽນສະກຸນເງິນUSDເປັນປົກກະຕິ - ảnh 1
ທ່ານ​ນາງ​ຮອງ​ຜູ້​ວ່າການ​ທະນາຄານແຫ່ງ​ລັດ ຫວຽດນາມ ຫງວຽນ​ທິຮົ່ງ
ທີ່​ການ​ປະຊຸມຂ່າວກ່ຽວກັບອັດຕາແລກປ່ຽນ
ພາບ: laodong.com.vn

(vovworld)- ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຈະ​ຮັກສາ​​ອັດຕາແລກປ່ຽນສະກຸນ​ເງິນ USD ​ເປັນ​ປົກກະຕິ. ​ນີ້​ແມ່ນຂ່າວ​ຄາວ​ໂດຍ​ການ​ນຳ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ຢືນຢັນ​ທີ່​ການ​ປະຊຸມ ​ເຊິ່ງດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 25/3, ຢູ່​ ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ຜູ້​ວ່າການ​ທະນາຄານແຫ່ງ​ລັດ ຫວຽດນາມ ຫງວຽນ​ທິຮົ່ງ ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ວັນ​ຜ່ານ​ມາ, ​ໃນ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ,​ ອັດຕາ​ແລກປ່ຽນ​ພວມ​ມີ​​ແນວ​ໂນ້ມເພີ່ມ​ຂຶ້ນ. ກ່ອນ​ຄວາມ​ສາມາດ​ປັບປຸງ​ອັດຕາ​ແລກປ່ຽນ​ເພື່ອ​ສ້າງ​ຄືນ​ຕະຫລາດ ​ແລະ ໜູນ​ຊ່ວຍ​ການ​ສົ່ງ​ອອກ, ທ່ານ​ນາງ​ຮອງ​ຜູ້​ວ່າການທະນາຄານ​ແຫ່ງ​ລັດ ຫວຽດນາມ ຫງວຽນ​ທິຮົ່ງ ຢືນຢັນ​ວ່າ:

            ທະນາຄານ​ແຫ່ງ​ລັດ​ຈະ​ສືບ​ຕໍ່​ບໍລິຫານ​ອັດຕາ​ແລກປ່ຽນ​ເປັນ​ປົກ​ປະຕິ​ຖືກຕ້ອງ​ຕາມການ​ກຳນົດ​ທິດນີ້ ​ເຊິ່ງ​ທະນາຄານ​ແຫ່ງ​ລັດ​​ໄດ້ຊັ່ງຊາ​ໃນ​ຫຼາຍ​ແງ່​ມູນ ​ແລະ ​ເພື່ອ​ໃຫ້​ອັດຕາ​​ແລກປ່ຽນ​ເປັນ​ປົກກະຕິ ​ແລະ ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ທະນາຄານ​ແຫ່ງ​ລັດ​ຈະ​ບໍລິຫານ​ເຄື່ອງມື​ຂອງ​ນະ​ໂຍບາຍ​ເງິນຕາຢ່າງ​ຄົບ​ຊຸດ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ຄວາມ​ໝັ້ນທ່ຽງຂອງ​ຕະຫຼາດ.

ຂ່າວ/ບົດ​ອື່ນ