ທະວີຄູນຮູບແບບກະສິກຳເຕັກໂນໂລຢີສູງຮັບໃຊ້ການສ້າງໂຄງປະກອບຄືນໃໝ່

ທະວີຄູນຮູບແບບກະສິກຳເຕັກໂນໂລຢີສູງຮັບໃຊ້ການສ້າງໂຄງປະກອບຄືນໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – “ທະ​ວີ​ຄູນ, ຍູ້​ໄວ​ບັນ​ດາ​ຮູບ​ແບບ​ຮ່ວມ​ສຳ​ພັນ​ກະ​ສິ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລຢ​ີ​ສູງ​ໃນ​ຂົງ​ເຂດ​​ຜະ​ລິດຜັກ, ໝາກ​ໄມ້​ເວົ້າ​ສ​ະ​ເພາະ, ການ​ປູກ​ຝ​ັງ​ເວົ້າ​ລວມ​ເພື່ອ​ຮັບ​ໃຊ້​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່” ແມ່ນ​ຂໍ​້​ສະ​ເໜີ​ຂອງ​ທ່ານ ຫງ​ວຽ​ນ​ຊວນ​ເກື່ອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ​ໃນ​ວັນ​ທີ 19/3, ທີ່​ການ​ເຮັດ​ວຽກກັບ​ບໍ​ລິ​ສັດ​ຫຸ້ນ​ສ່ວນສະ​ບຽງ​ອາ​ຫານ​ສົ່ງ​ອອກ ດົ່ງ​ຢາວ, ໃນ​ແຂວງ ນີງ​ບີ່ງ. ທ່ານ​ລັດ​ຖະ​ມົນ​ຕີ ຫງ​ວຽ​ນ​ຊວນ​ເກື່ອງ ຖື​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພັດ​ທະ​ນາ​ຜັກ, ໝາກ​ໄມ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ແມ່ນຫຼາຍ​ທີ່​ສຸດ​ໃນ​ແຜນ​ຮ່າງ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນໃໝ່, ຜັກ ແລະ ໝາກ​ໄມ້​ໄດ້​ຮັບກຳ​ນົດ​ວ່າ​​ແມ່ນທ່າ​ແຮງ​ໃນ​ໝວດ​ບັນ​ດາ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ​ເພື່ອຮັບ​ໃຊ້​ການ​ສົ່ງ​ອອກ. ປະ​ຈຸ​ບັນ, ແຕ່​ລະ​ປີ​ຄວາມ​ຕ້ອງ​ການ​ຜັກ, ໝາກ​ໄມ້​ໃນ​ທົ່​ວ​ໂລກ​ບັນ​ລຸ​ປະ​ມານ 650 ຕື້ USD ກ່ຽວ​ກັບ​ມູນ​ຄ່າ, ນີ້​ແມ່ນ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງ​ໃຫ​້​ແກ່​ການ​ສົ່ງ​ອອກ​ຜັກ, ໝາກ​ໄມ້​ຂອງ ຫ​ວຽດ​ນາມ. ບົນ​ພື້ນ​ຖານ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ​ຂອງ​ຕົນ, ວິ​ສາ​ຫ​ະ​ກິດ​ຕ້ອ​ງ​ເປີດ​ກ້​ວາງ​ຂອບ​ຂະ​ໜາດ, ໝູນ​ໃຊ້​ບັນ​ດາ​ຄ​ວາມ​ກ້າວ​ໜ້າ​ດ້​າ​ນ​ເຕ​ັນ​ນິກ​ເພື່ອ​ສ້າງ​ຜະ​ລິດ​ຕະ​ພັນ​ໃໝ່​ໃນ​ຕະຫຼາດ, ລົງ​ທຶນ​ບັນ​ດາ​ເຂດ​ຜະ​ລິດ​ວັດ​ຖຸ​ດິບ​ປູກ: ໝາກ​ໜາວ…, ໜໍ່ໄມ້, ຜັກ, ໝາກ​ໄມ້ ຢູ່​ບັນ​ດາ​ທ້ອງ​ຖິ່ນ​ອື່ນໆ.


ຂ່າວ/ບົດ​ອື່ນ