ທະ​ວີບ​ອາ​ເມ​ລິ​ກາ ສື​ບ​ຕໍ່​ແມ່ນ​ພາກ​ພື້ນໄດ້ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ອົງການອະນາໄລໂລກ (WHO) ຖືວ່າ ປັດຈຸບັນ ທະວີບ ອາເມລິກາ ສືບຕໍ່ແມ່ນເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 100,5 ລ້ານຄົນ ແລະ ຜູ້ເສຍຊີວິດ 2,4 ລ້ານຄົນ.
ທະ​ວີບ​ອາ​ເມ​ລິ​ກາ ສື​ບ​ຕໍ່​ແມ່ນ​ພາກ​ພື້ນໄດ້ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການວິໄຈຫາເຊື້ອໃຫ້ແກ່ປະຊາຊົນຢູ່ຈີນ (ພາບ: Reuters)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ທັນວາ (ຕາມເວລາ UTC) ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 281,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,4 ລ້ານຄົນ. ເຊື້ອໄວຣັດກາຍພັນ Omicron ສືບຕໍ່ແຜ່ລະບາດຢ່າງແຮງ ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ບາງປະເທດ ເພີ່ມຂຶ້ນສູງ ແລະ ມີຫຼາຍປະເທດໄດ້ປະຕິບັດມາດຕະການປ້ອງກັນໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.  ວັນທີ 27 ທັນວາ, ກະຊວງສາທາລະນະສຸກ ອິດສະລາແອັນ ໃຫ້ຮູ້ວ່າ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່ ຫຼາຍກ່ວາ 2000 ຄົນໃນສະພາບການເຊື້ອໄວຣັດກາຍພັນOmicron ແຜ່ລະບາດໃນວົງກວ້າງ ແລະ ປັດຈຸບັນໄດ້ກວມເອົາ 50% ຈຳນວນຜູ້ຕິດເຊື້ອທີ່ພວມໄດ້ຮັບການປິ່ນປົວ. ລັດຖະບານຍີ່ປຸ່ນ ພວມມານະພະຍາຍາມເພີ່ມທະວີບັນດາມາດຕະການຄວບຄຸມ ການແຜ່ລະບາດຂອງ ເຊື້ອໄວຣັດກາຍພັນ Omicron ໃນຊຸມຊົນ ແຕ່ຍັງປະຕິບັດບາງມາດຕະການຢ່າງມີໄຫວພິບ ເພື່ອບໍ່ກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ບັນດາການເຄື່ອນໄຫວດ້ານເສດຖະກິດ - ສັງຄົມ.

ອົງການອະນາໄລໂລກ (WHO) ຖືວ່າ ປັດຈຸບັນ ທະວີບ ອາເມລິກາ ສືບຕໍ່ແມ່ນເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອຫຼາຍກ່ວາ 100,5 ລ້ານຄົນ ແລະ ຜູ້ເສຍຊີວິດ 2,4 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ