ທະຫານປະສົມ ອາເມລິກາ - ອັງກິດ ບຸກໂຈມຕີ 18 ເປົ້າໝາຍ Houthi ຢູ່ ເຢແມັນ

(VOVWORLD) - ບັນດາເປົ້າໝາຍ Houthi ຖືກບຸກໂຈມຕີໃນບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດ ນອນຢູ່ 8 ທ້ອງຖິ່ນແຕກຕ່າງກັນຢູ ເຢແມັນ, ໃນນັ້ນ ມີບັນດາສາງເກັບອາວຸດ, ເຮືອບິນບໍ່ມີຄົນຂັບ
ທະຫານປະສົມ ອາເມລິກາ - ອັງກິດ ບຸກໂຈມຕີ 18 ເປົ້າໝາຍ Houthi ຢູ່ ເຢແມັນ - ảnh 1ບັນດາການບຸກໂຈມຕີແມ່ນຈຳເປັນ ແລະ ສອດຄ່ອງຕໍ່ຄວາມສ່ຽງນາບຂູ່
(ພາບ: Reuters)

ວັນທີ 24 ກຸມພາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ກອງທັບອາກາດຂອງປະເທດນີ້ ແລະ ສຳພັນທະມິດ ອັງກິດ ໄດ້ບຸກໂຈມຕີ 18 ເປົ້າໝາຍຂອງກຸ່ມປະກອບອາວຸດ Al Houthi ຢູ່ ເຢແມັນ.

ຕາມແຈ້ງການແລ້ວ, ບັນດາເປົ້າໝາຍ Houthi ຖືກບຸກໂຈມຕີໃນບັ້ນບຸກໂຈມຕີທາງອາກາດຄັ້ງຫຼ້າສຸດ ນອນຢູ່ 8 ທ້ອງຖິ່ນແຕກຕ່າງກັນຢູ ເຢແມັນ, ໃນນັ້ນ ມີບັນດາສາງເກັບອາວຸດ, ເຮືອບິນບໍ່ມີຄົນຂັບ, ລະບົບປ້ອງກັນອາກາດ, ລະບົບຣາດາ… ກະຊວງປ້ອງກັນປະເທດ ອາເມລິກາ ຢືນຢັນວ່າ, ບັນດາການບຸກໂຈມຕີແມ່ນຈຳເປັນ ແລະ ສອດຄ່ອງຕໍ່ຄວາມສ່ຽງນາບຂູ່ ເຊິ່ງກຸ່ມປະກອບອາວຸດນີ້ກໍ່ໃຫ້ເກີດສຳລັບເສັ້ນທາງທະເລສາກົນຢູ່ເຂດທະເລແດງ.

ຊ່ອງໂທລະພາບ Al Masirah ຂອງ Houthi ໃຫ້ຮູ້ວ່າ, ນີ້ແມ່ນມື້ທີ 2 ຢ່າງລຽນຕິດ, ກອງທັບ ອາກາດ ອາເມລິກາ - ອັງກິດ ບຸກໂຈມຕີ ໃສ່ ເຢແມັນ.

ຕອບກັບ

ຂ່າວ/ບົດ​ອື່ນ