ທະຫານປະສົມຖະແຫຼງຢຸດຍິງຊົ່ວຄາວຢູ່Yemen

ທະຫານປະສົມຖະແຫຼງຢຸດຍິງຊົ່ວຄາວຢູ່Yemen - ảnh 1
(ພາບ​ປະ​ກອບ​ຈາກ AFP/TTXVN)

(vovworld) – ອາ​ເມ​ລິ​ກາ ແລະ ອາ​ຣັບ​ບິ ຊະ​ອຸ​ດິ ປະ​ກາດ​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວ​ລາ 5 ວັນ​ຢູ່ Yemen, ເລີ່ມ​ແຕ່​ເວ​ລາ 23 ໂມງ ວັນ​ທີ 12/5 ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​​ຊ່ວຍ​ບັນ​ເທົາ​ທຸກ​ໂດຍ​ມະ​ນຸດ​ສະ​ທຳ. ດ້ວຍ​ຖະ​ແຫຼງ​ການ​ຢຸດ​ຍິງນີ້, ​ສະ​ຫະ​ພັນ​ບັນ​ດາ​ປະ​ເທດ ອາ​ຣັບ, ໂດຍ ອາ​ຣັບ​ບິ ຊະ​ອຸ​ດິ ນຳ​ໜ້າ, ຈະ​ຢຸດ​ຕິບັ້​ນ​ຮົບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ແນ​ໃສ່​ບັນ​ດາ​ເປົ້າ​ໝາຍ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ Houthi ຢູ່ Yemen. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊະ​ອຸ​ດິ Adel al – Jubeir ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ຢຸດ​ຍິງ​ຍ້ອນ​ສາຍ​ເຫດ​ມະ​ນຸດ​ສະ​ທຳ​ນີ້​ອາດ​ຈະ​ໄດ້​ແກ່​ຍາວ​ຖ້າ​ຫາກ​ມີຜົນ​ສັດ​ສິດ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ມື​ປືນ Houthi ຂຶ້ນ​ກັບ​ນິ​ກາຍ ຊີ​ອະ ​ຈົ່ງເຄົາ​ລົບ ແລະ ​ຍອມຮັບ​​ຄຳ​ສັ່ງ​ຢຸດ​ຍິງມະ​ນຸດ​ສະ​ທຳ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ