ທະຫານປະສົມບັນດາປະເທດອາຣັບບຸກໂຈມຕີທາງອາກາດໃສ່ເຂດຊຸມຊົນຢູ່ນະຄອນຫລວງYemen

ທະຫານປະສົມບັນດາປະເທດອາຣັບບຸກໂຈມຕີທາງອາກາດໃສ່ເຂດຊຸມຊົນຢູ່ນະຄອນຫລວງYemen - ảnh 1
ທະ​ຫານ​ປະ​ສົມ​ອາ​ຣັບ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ເຂດ​ຊຸມ​ຊົນ
ພາບ:vietnamplus.vn

(vovworld) -​ວັນ​ທີ 1/5, ບັນ​ດາ​ແຫລ່ງ​ຂ່າວ​ການ​ແພດ​ ແລະ ​ຜູ້ພະ​ຍານ​ໃຫ້​ຮູ້​ວ່າ ທະ​ຫານ​ປະ​ສົມ​ບັນ​ດາ​ປະ​ເທດ ອາ​ຣັບ ຕ້ານ​ກຳ​ລັງ​ລຸກ​ຮື້​ຂຶ້ນ Houthi ຢູ່ Yemen ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຜິດ​ເປົ້າ​ໝາຍ​ໃສ່​ເຂດ​ຊຸມ​ຊົນ ທີ່​ຂຶ້ນ​ກັບນະ​ຄອນ​ຫລວງ  Sanaa ໃນ​ຄ່ຳ​ຄືນ​ວັນ​ທີ 30/4 ຊື່ງ​ເຮັດ​ໃຫ້​ສາ​ມັນ​ຊົນ ຢ່າງຫນ້ອຍ​ສຸດ 21 ຄົນ​ຖືກ​ເສຍ​ຊີ​ວິດ. ຕາມ​ຊາວ​ທ້ອງ​ຖິ່ນ​ແລ້ວ, ທະ​ຫານ​ປະ​ສົມ ບັນ​ດາ​ປະ​ເທດ​ອາ​ຣັບ ໂດຍ ຊາ​ອຸ​ດີດ ອາ​ຣັບ​ບີ ນຳ​ຫນ້າ ໄດ້​ຖີ້ມ​ລະ​ເບີດ​ລົງ​ເຂດ​ຊຸມ​ຊົນ Sawan ໃນ​ຄ່ຳ​ຄືນ ໄດ້​ກໍ່​ຄວາ​ມ​ເສຍ​ຫາຍ​ໃຫ້​ເຂດນີ້​ທັງ​ໝົດ, ໃນ​ນັ້ນ ມີ​ເຮືອນ​ຊານ 9 ຫລັງ​ຖືກ​ທຳ​ລາຍ​ຢ່າງ​ຫນັກ. ພາ​ລະ​ກອນ​ການ​ແພດ​ໃຫ້​ຮູ້​ວ່າ: ນອກ​ຈາກ 21 ຄົນ​ຖ​ືກ ເສຍ​ຊີ​ວິດ​ດັ່ງ​ກ່າວ, ຍັງ​ມີ 11 ຄົນ​ຖືກ​ບາດ​ເຈັບ.

 

 

 

ຂ່າວ/ບົດ​ອື່ນ