ທະຫານປະສົມໂດຍ ອາເມລິກາ ນຳໜ້າບຸກໂຈມຕີທາງອາກາດເຮັດໃຫ້ສາມັນຊົນ ຊີຣີ ນັບສິບໆຄົນເສຍຊີວິດ

(VOVWORLD) - ວັນທີ 17 ພະຈິກ, ສຳນັກຂ່າວສານແຫ່ງລັດ SANA ຂອງ ຊີຣີ ໃຫ້ຮູ້ວ່າ: ມີຢ່າງໜ້ອຍສຸດ 43 ຄົນ, ສ່ວນຫລາຍແມ່ນສາມັນຊົນຖືກເສຍຊີວິດໃນບັນດາບັ້ນບຸກໂຈມຕີທາງອາກາດຂອງທະຫານປະສົມ ໂດຍອາເມລິກາ ນຳໜ້າຢູ່ແຂວງ Deir Ez Zor ຂອງປະເທດນີ້
ທະຫານປະສົມໂດຍ ອາເມລິກາ ນຳໜ້າບຸກໂຈມຕີທາງອາກາດເຮັດໃຫ້ສາມັນຊົນ ຊີຣີ ນັບສິບໆຄົນເສຍຊີວິດ - ảnh 1ທະຫານປະສົມໂດຍ ອາເມລິກາ ນຳໜ້າບຸກໂຈມຕີທາງອາກາດເຮັດໃຫ້ສາມັນຊົນ ຊີຣີ ນັບສິບໆຄົນເສຍຊີວິດ (ພາບ: AFP/TTXVN)

ບັນດາບັ້ນບຸກໂຈມຕີໄດ້ດຳເນີນໃນວັນທີ 16 ພະຈິກ ເມື່ອເຮືອບິນຂອງທະຫານປະສົມ ໂດຍອາເມລິກາ ບັນຊາໄດ້ບຸກໂຈມຕີເຂົ້າບັນດາບໍລິເວນທີ່ມີສາມັນຊົນດຳລົງຊີວິດເປັນຈຳນວນຫລວງຫລາຍຢູ່ບ້ານ Bu Badran ແລະ ບ້ານ Al Sausa ຂຶ້ນກັບແຂວງ Deir Ez Zor.

       ທ່ານ Sean Ryan ໂຄສົກກອງທັບ ອາເມລິກາ ໄດ້ຍອມຮັບວ່າ ທະຫານປະສົມໂດຍ ອາເມລິກາ ນຳໜ້າໄດ້ດຳເນີນບັນດາການບຸກໂຈມຕີນີ້. ທະຫານປະສົມໂດຍ ອາເມລິກາ ນຳໜ້າ ຢັ້ງຢືນວ່າ ໄດ້ເຮັດໃຫ້ສາມັນຊົນຊາວ ຊີຣີ ແລະ ອີຣັກ ເສຍຊີວິດກ່ວາ 1.100 ຄົນ. ເຖິງຢ່າງໃດກໍ່ຕາມ, ບັນດາອົງການສິດທິມະນຸດພັດຍົກອອກຕົວເລກຈຳນວນຜູ້ເສຍຊີວິດຫລາຍກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ