ທະຫານແຕກທັບ Nigernia ບຸກໂຈມຕີມະຫາວິທະຍາໄລ, ກໍ່ຄວາມລົ້ມຫາຍຕາຍຈາກຂະໜາດໃຫຍ່

ທະຫານແຕກທັບ Nigernia ບຸກໂຈມຕີມະຫາວິທະຍາໄລ, ກໍ່ຄວາມລົ້ມຫາຍຕາຍຈາກຂະໜາດໃຫຍ່ - ảnh 1
ພາບປະກອບ

(vovworld) - ມີ​ຜູ້​ເສ​ຍຊີວິດ​ເກືອບ 50 ຄົນ​ໃນ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 29/9 ​ເຂົ້າ​ເຂດ​ຫໍ​ຜັກ​ຂຶ້ນ​ກັບ​ມະຫາວິທະຍາ​​ໄລ​ກະສິກຳ​ຢູ່​ເທດ​ສະບາ​ນ Guija, ລັດ Yobe, ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ Nigernia. ບັນດາ​ມື​ປືນ​ຂຶ້ນ​ກັບ​ກຸ່ມ​ຊາວ​ມຸດ​ສະ​ລິ​ມຫົວ​ຮຸນ​ແຮງ Boko Haram ​ແມ່ນ​ຕົວ​ການ​ຂອງ​​ເຫດການ​ນີ້​. ກໍ່​ໃນ​ວັນ​ທີ 29/9, ທະຫານ​ແຕກ​ທັບ Boko Haram ກໍ່ດຳ​ເນີນ​ການ​ບຸກ​ໂຈມ​ຕີ 2 ຄັ້ງ, ​​ແນ​ໃສ່​ບ້ານ​ໜຶ່ງ​ຢູ່​ເຂດ​ຊາຍ​ແດນ​ລັດ Borno, ທາງ​ທິ​ດຕາ​ເວັນ​ອອກ​ສ່ຽງ​ເໜືອ Nigernia, ​ເຮັດ​​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 27 ຄົນ​ເສຍ​ຊີວິດ. ​ໃນ 4 ​ເດືອນ​ຜ່ານ​ມາ, ກອງທັບ Nigernia ​ໄດ້ຜົນ​ຂະຫຍາຍ​ບັ້ນ​ຮົບກວາດ​ລ້າງທະຫານ​ແຕກ​ທັບ Boko Haram  ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ທີ່​ເຄີຍ​ເປັນຖານ​ທີ່​ໝັ້ນ​ຂອງ​ກຸ່ມ​ນີ້. ​ແຕ່​ວ່າ​ບັ້ນ​ກວາດ​ລ້າງບໍ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ພໍ​ສົມຄວນ, ​ເມື່ອ​​ການ​ບຸກ​ໂຈມ​ຕີຕ່າງ​ໆ​ຂອງ Boko Haram ຍັງ​ຄົງ​ເກີດ​ຂຶ້ນ​ປະຈຳ​ວັນ, ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ ​ແລະ ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ