ທະ​ເລ​ຕາ​ເວັນ​ອອກ ຍັງ​ຄົງແມ່ນ​ບັນ​ຫາ​ສຳ​ຄັນ ຢູ່​ກອງ​ປະ​ຊຸມ​ສຸ​ດຍອດ ອາ​ຊຽນ

(VOVWORLD) -ເຖິງວ່າໃນປີ 2022, ຄວາມເຄັ່ງຕຶງບໍ່ມີຫຼາຍກໍຕາມ, ແຕ່ທະເລຕາເວັນອອກ ຍັງຄົງແມ່ນບັນຫາສຳຄັນໃນວາລະເຮັດວຽກຕ່າງໆຂອງກອງປະຊຸມສຸດຍອດ ອາຊຽນ. 

        ນີ້ແມ່ນຄຳຢັ້ງຢືນຂອງທ່ານ Kong Phok, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທັງເປັນໂຄສົກ ກອງປະຊຸມ ອາຊຽນ 2022, ໃນກອງປະຊຸມຂ່າວກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈັດຂຶ້ນໃນວັນທີ 11 ພະຈິກ ຢູ່ນະຄອນຫຼວງ ພະນົມເປັນ, ລາຊະອານາຈັກ ກຳປູເຈຍ.

ທະ​ເລ​ຕາ​ເວັນ​ອອກ ຍັງ​ຄົງແມ່ນ​ບັນ​ຫາ​ສຳ​ຄັນ ຢູ່​ກອງ​ປະ​ຊຸມ​ສຸ​ດຍອດ ອາ​ຊຽນ - ảnh 1ທ່ານ Kong Phok, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃນກອງປະຊຸມຖະແຫຼງຂ່າວ
 ຕາມທ່ານ Kong Phok ແລ້ວ, ບັນຫາທະເລຕາເວັນອອກ ຍາມໃດກໍໄດ້ຮັບຄວາມສົນໃຈ, ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງຈາກການນຳບັນດາປະເທດ ອາຊຽນ. ການນຳຂອງບັນດາປະເທດ ອາຊຽນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມຮັບຜິດຊອບຂອງ ບັນດາປະເທດໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມທັງເນັ້ນໜັກເຖິງການປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ ໂດຍໄວ.

        ກ່ຽວຂ້ອງເຖິງການເຈລະຈາຄັ້ງຕ່າງໆກ່ຽວກັບ COC, ທ່ານ Kong Phok ຖືວ່າ ບັນດາຝ່າຍຕ້ອງປຶກສາຫາລືແບບເຊິ່ງໜ້າ ແລະ ຫວັງວ່າ ພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ບັນດາຝ່າຍຈະຕັ້ງໜ້າກວ່າອີກເພື່ອບັນລຸໄດ້ COC ໂດຍໄວ.

ວັນໂດ້ - ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ