ທະເລຕາເວັນອອກ,ຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຝລັ່ງ

ທະເລຕາເວັນອອກ,ຫົວຂໍ້ຕົ້ນຕໍຂອງກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ຝລັ່ງ - ảnh 1
(ກອງ​ປະຊຸ​ມສຳ​ມະ​ນາ “ພູມ​ສາດ​ການ​ເມືອງ ​
ການ​ເດີນ​ທະ​ເລ - ບັນຫາ​ທະ​ເລ​ຕາ​ເວັນ​ອອກ”)


(vovworld) – ກອງ​ປະຊຸ​ມສຳ​ມະ​ນາ “ພູມ​ສາດ​ການ​ເມືອງ ​ການ​ເດີນ​ທະ​ເລ - ບັນຫາ​ທະ​ເລ​ຕາ​ເວັນ​ອອກ”, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 16/10, ຢູ່​ມະຫາວິທະຍາ​ໄລ ພາກ​ໃຕ້ Bretgne, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກຊ່ຽວຊານ​ອັນ​ດັບ​ໜຶ່ງ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ​ແລະ ຍຸດ​ທະ​ສາດ ທີ່​ມາ​ຈາກ​ທຸກ​ແຖບ​ຖິ່ນ​ຂອງຝລັ່ງ. ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ສຸມ​ໃສ່​ຄົ້ນ​ຄວ້າ​ບັນດາ​ຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ຂັດ​ແຍ້​ງອະທິປະ​ໄຕທະ​ເລ, ໝູ່​​ເກາະ ​ແລະ ຄວາມ​ສາມາດ​ນຳ​ໃຊ້​ກົດໝາຍ​ສາກົນ ​ເພື່ອ​ຮັບປະກັນ​ຄວາມໝັ້ນຄົງ, ຄວາມສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີການ​ເດີນທະ​ເລ​ສາກົນ​ໃນ​ພາກ​ພື້ນ… ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ທ່າ​ນນາງ ຫງວຽນ​ທິບິກ​ເຮ​້ວ, ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຝລັ່ງ, ​ໄດ້​ສະ​ເໜີ​ບົດປາ​ໄສໃນ​ນັ້ນ​ໄດ້​ຍົກ​​ໃຫ້​ເຫັນ​ທັດສະນະ​ຂອງ​ຫວຽດນາມ ​ແມ່ນ: ຄັດຄ້ານ​ບັນດາ​ການ​ກະທຳ​ທີ່ລະ​ເມີດ​ກົດໝາຍ​ສາກົນ, ລະ​ເມີດ​ອະ​ທິປະ​ໄຕ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ, ​​ໂດຍອີ​ງ​ໃສ່​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ຕົກລົງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ຊຸ​ກຍູ​້ການ​ກ້າວ​​ໄປ​ເຖິງປະມວນ​ຂໍ້​ກຳນົດ​​ການ​ປະພຶດຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ນາງ ຫວຽນ​ທິບິ​ກ​ເຮ້ວ ຢືນຢັນ​ວ່າ.

      “ການ​ຮຽກ​ສິດ​ກ່ຽວ​ກັບ​ເສັ້ນ 9 ຕອນ, ​ເສັ້ນ​ລີ້ນງົວ​ຂອງ​ຈີນ ​ແມ່ນສາຍ​ເຫດ​ຂອງ​ເລື່ອງ​ເພີ່ມທະວີ​ຄວາມ​ເຄັ່ງ​ຕຶງ ​ແລະ ຜິດ​ກົດໝາຍ ​ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ລະ​ເມີດ​ອະ​ທິປະ​ໄຕ​ຂອງ​ບັນດາ​ປະ​ເທດ​ເຂດ​ແຄມທ​ະ​ເລ, ​ໃນ​ນັ້ນ​ມີ​ຫວຽດນາມ. ບັນດາ​ການ​ກະທຳ​ຖົມດິນ​​ເປີດ​ກວ້າງ​ຫາດ​ຫີນຂອບ​ຂະໜາດຂອງ​ຈີນ ນັ້ນ ​ໄດ້​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ແລະ ຖະ​ແຫຼ​ງການ​ປະພຶດຢູ່​ທະ​ເລ​ຕາ​ເວັນ​ອອກ”.

      ກໍ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ຂອງ​ນັກຮຽນ​ຮູ້​ຝລັ່ງ ​ໄດ້​ຢືນຢັນ​ວ່າ, ບັນດາ​ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກຫວ່າງ​ມໍ່ໆ​ມາ​ນີ້ ​​ແມ່ນ​ໄປ​ຝືນກັບ​ບັນດາ​ຜົນ​ປະ​ໂຫຍດຂອງ​ຝລັ່ງ. ນັກຮຽນ​ຮູ້​ຫຼາຍ​ທ່ານ​ໄດ້​ຕຳ​ໜິຕິ​ຕຽນ​ຄວາມ​ມັກ​ໃຫຍ່​​ໄຝ່ສູງ ​ແລະ ການ​ກະທຳ​ຂອງ​ຈີນ ​ແລະ ​ແບ່ງປັນ​ທັດສະນະ​ທີ່​ວ່າ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ບໍ່​ຄວນ​​ປະໃຫ້ການ​ຂັດ​ແຍ້​ງອະທິປະ​ໄຕ​ບົນທະ​ເລ ນາບ​ຂູ່​ເຖິງ​ຄວາມ​ປອດ​ໄພ​ຢູ່​ທະ​ເລ ​ແລະ ຄວາມເສລີ​ໃນການ​ເດີ​ນທະ​ເລ​.

ຂ່າວ/ບົດ​ອື່ນ