ທະເລຕາເວັນອອກເປັນບັນຫາຈຸດສຸມໃນການເຈລະຈາ Shangri La 2016

ທະເລຕາເວັນອອກເປັນບັນຫາຈຸດສຸມໃນການເຈລະຈາ Shangri La 2016 - ảnh 1
ຈີນ ພວມສ້າງເກາະທຽມຢ່າງຜິດກົດໝາຍ
(ພາບ: CSIS)

(vovworld) - ຫວ່າງ​ແລ້ວ​ນີ້, ຜູ້ອຳນວຍການ​ຝ່າຍ​ບໍລິຫານ​ພາກ​ພື້ນ​ອາຊີ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ (IISS) ທ່ານ Tim Huxley, ຢືນຢັນ​ວ່າ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຈະ​ແມ່ນ​ຫົວ​ຂໍ້​ຕົ້ນຕໍໃນ​ການ​ເຈລະຈາ Shangri La 2016. ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ສຳຄັນ​ແຖວ​ໜ້າ​ຢູ່​ພາກ​ພື້ນ​ອາຊີ, ຈະ​ດຳ​ເນີນ​ຢູ່ ສິງ​ຄະ​ໂປ​ໃນ​ທ້າຍ​ສັບປະດາ​ນີ້. ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ພົ້ນ​ເດັ່ນທີ່​ຈະ​ປຶກສາ​ຫາລື​ໃນ​ການ​ເຈລະຈາ Shangri La ຄັ້ງ​ນີ້, ທ່ານ Tim Huxley, ຖື​ວ່າ​ບັນດາ​ຜູ້​ແທນ​ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ການ​ຜັນ​ແປ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ເລື່ອງ ຈີນ​ກໍ່ສ້າງ ​ແລະ ຫັນ​ເກາະ​ຈຳນວນ​ໜຶ່ງ​ເປັນ​ຖານ​ທີ່​ໝັ້ນ​ການ​ທະຫານ​ຢ່າງ​ຜິດ​ກົດໝາຍ. ທ່ານ Tim Huxley ຍອມຮັບ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ກະກຽມ​ໃຫ້​ແກ່​ການ​ເຈລະຈາ Shangri La ປີ​ນີ້ ກໍ່​ໄດ້​ມີ​ການ​ຄາດ​ຄະ​ເນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ບັນດາ​ບາດກ້າວ​ຕໍ່​ໄປ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໂດຍ​ລະອຽດ​ແມ່ນ​ໃນ​ສະພາບ​ທີ່​ສານ​ກຳມະການ​ສາກົນ​ຢູ່ The Hague ພວມ​ກະກຽມ​ຍົກ​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ກໍລະນີ ຟີ​ລິບ​ປິນ​ຟ້ອງ​ຮ້ອງ ຈີນ ກ່ຽວ​ກັບ​ບັນດາ​ຖະ​ແຫຼ​ງການ​ອະທິປະ​ໄຕ ​ແລະ ການ​ເຄື່ອນ​ໄຫວ​ຂອງປັກ​ກິ​ງຢູ່​ທະ​ເລ​ຕາ​ເວັນ​ອອກ.

       

ຂ່າວ/ບົດ​ອື່ນ