ທ້າຍປີ 2021 ຈະມີວັກຊິນກັນໂຄວິດ-19 ປະມານ 103.4 ລ້ານໂດສ ສົ່ງມາຮອດຫວຽດນາມ

(VOVWORLD) -ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ-19 ກວ່າ 34 ລ້ານໂດສ, ສັກວັກຊິນໄດ້ກວ່າ 27 ລ້ານໂດສ ແລ້ວ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັບວັກຊິນກັນໂຄວິດ-19 ກວ່າ 34 ລ້ານໂດສ, ສັກວັກຊິນໄດ້ກວ່າ 27 ລ້ານໂດສ ແລ້ວ. ທ້າຍປີ 2021 ຈະມີວັກຊິນກັນໂຄວິດ-19 ປະມານ 103.4 ລ້ານໂດສ ສົ່ງມາຮອດ ຫວຽດນາມ. ປະຈຸບັນ, ກະຊວງສາທາລະນະສຸກໄດ້ ແລະ ພວມເຈລະຈາກັບບັນດາຫົວໜ່ວຍ ເພື່ອສະໜອງວັກຊິນໃຫ້ແກ່ປີ 2022 ຕາມຫຼັກການຮັບປະກັນສັກວັກຊິນໃຫ້ປະຊາຊົນໝົດທຸກຄົນເລີ່ນແຕ່ອາຍຸ 5 ປີຂຶ້ນໄປ ແລະ ປະຕິບັດການສັກວັກຊິນເຂັມທີ 2 ຕາມການແນະນຳຂອງອົງການອະນາໄມໂລກ (WHO). ທ່ານ ຫງວຽນແທງລອງ ກໍໃຫ້ຮູ້ວ່າ, ທາງກະຊວງພວມຍູ້ໄວຄວາມຄືບໜ້າການນຳເຂົ້າຢາ Remdesivir ຈຳນວນ 1,7 ລ້ານໂດສ ເພື່ອປິ່ນປົວໃຫ້ບັນດາຄົນເຈັບປານກາງ ແລະ ເຈັບໜັກ ເພື່ອແນໃສ່ຫຼຸດຜ່ອນອັດຕາຜູ້ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ