ທ້າຍເດືອນ ພະຈິກ 2020 ຫວຽດນາມ ຈະທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ

(VOVWORLD) - ປະຈຸບັນ, ຫວຽດນາມ ມີ 4 ຫົວໜ່ວຍພວມຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19.
ທ້າຍເດືອນ ພະຈິກ 2020 ຫວຽດນາມ ຈະທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ - ảnh 1ພາບປະກອບ/ vov.vn

  “ທ້າຍເດືອນ ພະຈິກ 2020 ຫວຽດນາມ ຈະທົດລອງວັກຊິນກັນໂຄວິດ-19 ໃສ່ຄົນ” ນີ້ແມ່ນວັກຊິນຂອງບໍລິສັດ ນາໂນແຊນ ຢູ່ນະຄອນ ໂຮ່ຈີມິນ. ຂໍ້ມູນຂ່າວດັ່ງກ່າວ ພວມສ້າງຄວາມຫວັງກ່ຽວກັບວັກຊິນຂອງ ຫວຽດນາມ ສາມາດຊ່ວຍ ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19.

        ປະຈຸບັນ, ວັກຊິນກັນໂຄວິດ-19 ຂອງບໍລິສັດ ນາໂນແຊນ ພວມໄດ້ທົດລອງໃສ່ໂຕລິງ ແລະ ມີໝາກຜົນດີ ສະນັ້ນ ບໍລິສັດໄດ້ປະກອບເອກະສານເພື່ອຍື່ນສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອໃຫ້ສະພາວິທະຍາສາດປະເມີນຜົນ, ອະນຸຍາດໃຫ້ທົດລອງໃສ່ຄົນ. ຄາດວ່າ, ທ້າຍເດືອນ ພະຈິກ ຈະດຳເນີນການທົດລອງໃສ່ຄົນກຸ່ມໜຶ່ງດ້ວຍຜູ້ສະໝັກໃຈປະມານ 60 ຄົນ, ຖ້າມີໝາກຜົນດີ ຈະດຳເນີນການທົດລອງໃນວົງກ້ວາງປະມານ 400 ຄົນ.        ປະຈຸບັນ, ຫວຽດນາມ ມີ 4 ຫົວໜ່ວຍພວມຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ