ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເດີນທາງອອກຈາກ ຫວຽດນາມ ກັບເມື່ອປະເທດ

(VOVWORLD) - ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເດີນທາງອອກຈາກ ຫວຽດນາມ ກັບເມື່ອປະເທດ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຂຶ້ນເຮືອບິນ Air Force One  (ພາບ: TTXVN)

ພາຍຫຼັງສິ້ນສຸດການພົບປະກັບນັກຂ່າວເພື່ອປິດກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງຢູ່ ຮ່າໂນ້ຍ, ເວລາ 15 ໂມງ 45 ນາທີ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຂຶ້ນເຮືອບິນ Air Force One ເພື່ອອກຈາກ ຮ່າໂນ້ຍ ກັບເມື່ອປະເທດ, ສິ້ນສຸດການເດີນທາງຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ ສອງ ໃນລະຫວ່າງວັນທີ 27 -28 ກຸມພາ 2019.

ໃນໄລຍະຢູ່ ຫວຽດນາມ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ເຈລະຈາກັບທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ພົບປະກັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ. ທີ່ການເຈລະຈາ ແລະ ການພົບປະ, ທັງສອງຝ່າຍໄດ້ເຫັນດີເປັນເອກກະພາບກ່ຽວກັບເລື່ອງສອງປະເທດຄວນຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປັບປຸງບັນດາກົນໄກສົນທະນາທີ່ພວມມີຢູ່, ສະໜັບສະໜູນເລື່ອງສອງປະເທດຈະສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຫັນດີຈະສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜຸບການແກ້ໄຂຂໍ້ຂັດແຍ້ງຢູ່ທະເລຕະເວັນອອກໂດຍສັນຕິວິທີ, ຖຶກຕ້ອງຕາມກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS); ເຄົາລົບບັນດາວິວັດການຕ່າງປະເທດ ແລະ ນິຕິກຳ ຢ່າງຄົບຖ້ວນ, ປະຕິບັດຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ ແລະ ລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ